TPPຄືປຽບເໝືອນໄມ້ງັດເສດຖະກິດເພື່ອພັດທະນາກະສິກຳ

TPPຄືປຽບເໝືອນໄມ້ງັດເສດຖະກິດເພື່ອພັດທະນາກະສິກຳ - ảnh 1
(ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ
ແລະ ພັດທະນາ​ຊົນນະບົດ ຮ່າ​ກົງຕ໋ວນ)

(vovworld) –  ທີ່ການປະຊຸມຂ່າວ​ປະຈຳ​ເດືອນ 9/2015 ຂອງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ວັນ​ທີ 6/10 ຢູ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຮ່າ​ກົງຕ໋ວນ ຕີ​ລາຄາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ ປາຊີ​ຟິກ (TPP) ຄືປຽບ​ເໝືອນ​ໄມ້​ງັດເສດຖະກິດ ​ເພື່ອ​ພັດທະນາ​ກະສິກຳ ຫວຽດນາມ. ຕາມ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຮ່າ​ກົງຕ໋ວນ ​ແລ້ວ, 12 ປະ​ເທດ​ເຂົ້າ​ຮ່ວມ TPP ມີ​ລະດັບ​ພັດທະນາ​ແຕກ​ຕ່າງ​ກັນ. ສຳລັບ​ຂະ​ແໜງກະສິກຳ ຫວຽດນາມ, ກາລະ​ໂອກາດ​ທີ່​ດີ​ແມ່ນ​ຈະ​ມີ​ຕະຫລາດ​ກ້ວາງ​ໃຫຍ່ ດ້ວຍ​ພົນລະ​ເມືອງ 600 ລ້ານ​ຄົນ, ​ໃນ​ນັ້ນ ມີ​ບັນດາ​ຕະຫລາດ​ນຳ​ເຂົ້າຜະລິດ​ຕະພັນ​ກະ​ເສດ​ໃຫຍ່​ຂອງ ຫວຽດນາມ. ຕາມ​ທ່ານ ຮ່າ​ກົງຕ໋ວນ ​ແລ້ວ, ​ເມື່ອ TPP ມີຂໍ້ບັງຄັບ​ໃຊ້, ​ເກືອບ​ຄື​ວ່າ​ບັນດາ​ປະ​ເພດ​ຜະລິດ​ຕະພັນ​ກະ​ເສດ​ຈະ​ໄດ້​ຮັບ​ການ​ຫລຸດພາສີ ລົງມີ 0% ​ແລະ ພາຍ​ຫລັງ​ໄລຍະ​ສັ້ນໆ ​ປະ​ເພດ​ສິນຄ້າ​ທັງ​ໝົດຈະ​ຍັງ​​ເຫຼືອ​ແຕ່ 0%. ​ເປັນ​ອັນວ່າ ທ່າ​ໄດ້​ປຽບ​ໃນ​ການແກ່ງ​​ແຍ້​ງ​​ແມ່ນໃຫຍ່​ສຸດ. ​ໃນ​ນັ້ນ, ປະ​ເພດ​ສິນຄ້າ​ຂອງ ຫວຽດນາມ ​ສາມາດຮັກສາ​ທ່າ​ໄດ້​ປຽບ​ດີ​ແມ່ນ ສິນ​ໃນ​ນ້ຳ ​ແລະ ​ເຄື່ອງ​​ເຟີ​ນີ​ເຈີ.

 

ຂ່າວ/ບົດ​ອື່ນ