Tunisiaຕໍ່ກຳນົດເວລາໃຫ້ຄຳສັ່ງປະກາດສະພາວະສຸກເສີນ
ການບຸກໂຈມຕີກໍ່ການຮ້າຍເມື່ອວັນທີ 24/11
(ພາບ: Reuters)
(vovworld) - ວັນທີ 22/12, ທ່ານປະທານາທິບໍດີ Tunisia, Caid Essebsi ຖະແຫຼງຕໍ່ກຳນົດເວລາໃຫ້ຄຳສັ່ງປະກາດສະພາວະສຸກເສີນໃນທົ່ວປະເທດຕື່ມອີກ 2 ເດືອນ, ຮອດວັນທີ 21/02/2015. ລັດຖະດຳລັດ ໄດ້ຮັບການປະກາດໃນທັນທີ ພາຍຫຼັງການບຸກໂຈມຕີກໍ່ການຮ້າຍເມື່ອວັນທີ 24/11 ຜ່ານມາ ຢູ່ນະຄອນຫຼວງ Tunis ເຮັດໃຫ້ຜູ້ພິພັກທັກຮັກສາໃຫ້ປະທານາທິບໍດີ 12 ຄົນເສຍຊີວິດ ແລະ 20 ຄົນຮັບບາດເຈັບ. ຄຽງຂ້າງປະກາດສະພາວະສຸກເສີນນັ້ນ, ອຳນາດການປົກຄອງ Tunisia ກໍ່ປະກາດຄຳສັ່ງໂອຍະການເສິກຢູ່ນະຄອນຫຼວງ Tunis ແລະ ອັດປະຕູດ່ານຊາຍແດນທີ່ຕິດກັບລີບີ. ອົງການລັດອິດສະລາມ (IS) ອ້າງຊື່ເອງກໍຍອມຮັບວ່າ ໄດ້ດຳເນີນການບຸກໂຈມຕີດັ່ງກ່າວ.