WB ອຸປະຖຳ 500 ລ້ານ USD ຊ່ວຍຫວຽດນາມ ຫັນລະບົບສາຍສົ່ງໄຟຟ້າເປັນທັນສະໄໝ

WB ອຸປະຖຳ 500 ລ້ານ USD ຊ່ວຍຫວຽດນາມ ຫັນລະບົບສາຍສົ່ງໄຟຟ້າເປັນທັນສະໄໝ - ảnh 1
ພິທີ​ລົງ​ນາມ​ໃນ​ບ້ວງ​ສິນ​​ເຊື່ອ
(ພາບ: bizlive.vn)


(vovworld) – WB ອຸປະຖຳ 500 ລ້ານ USD ຊ່ວຍ​ຫວຽດນາມ ຫັນ​ລະບົບສາຍ​ສົ່ງ​ໄຟຟ້າ​ເປັນ​ທັນ​ສະ​ໄໝ​, ພິທີ​ລົງ​ນາມ​ໃນ​ບ້ວງ​ສິນ​​ເຊື່ອ​ເຊິ່ງດຳ​ເນີນ​ໄປ​​ໃນ​ຕອນ​ບ່າຍ​ວັນ​ທີ 12/11, ຢູ່​ຮ່າ​ໂນ້ຍ, ລະຫວ່າງ​ຜູ້​ວ່າການ​ທະ​ນາຄາ​ນ​ແຫ່ງ​ລັດ ຫວຽດນາມ ຫງວຽນ​ວັນ​ບິ່ງ ​ແລະ ທ່ານ Axel Van Trotsenberg ຮອງ​ປະທານ​ທະນາຄານ​ໂລກ (WB). ຈຳນວນ​ເງິນດັ່ງກ່າວ​​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ຕິດ​ຕັ້ງ​ສາຍ​ສົ່ງ​ໄຟຟ້າ ​ແລະ ຜັນ​ຂະຫຍາຍ​​​ເຕັກ​ໂນ​ໂລ​ຊີ​ເຄືອ​ຂ່າຍ​ໄຟຟ້າທີ່ທັນ​ສະ​ໄໝ​ກວ່າ 1000 ກມ. ​ເມື່ອ​​ໂຄງການ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດຈະ​ແກ້​ໄຂ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິ​ດຂອງ​ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ, ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແລະ ​ເຂດ​ພາກ​ກາງ.

ຂ່າວ/ບົດ​ອື່ນ