WHOສ້າງຍຸດທະສາດຮັບມືກັບໂລກລະບາດEbola

WHOສ້າງຍຸດທະສາດຮັບມືກັບໂລກລະບາດEbola - ảnh 1
ພາບປະກອບ:internet


(vovworld)- ອົງການ​ອະນາ​ໄມ​ໂລກ(WHO) ພວມ​ສ້າງ​ແຜນການ​ຍຸດ​ທະ​ສາດ ​ເພື່ອ​ຮັບ​ມື​ກັບ​ໂລກລະບາດ Ebola ຢູ່ ອາ​ຟຼິກາ​ຕາ​ເວັນ​ຕົກ ​ແຕ່​ກໍ​ຮັບ​ຮູ້​ວ່າ: ຍາກ​ທີ່​ຢຸດຕິ​ໂລກລະບາດ​ດັ່ງກ່າວ​ໃນ​ປີ​ນີ້​ໄດ້. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 22/8 ຢູ່​​ເຊ​ີ​ແນວ ປະ​ເທດ ສະ​ວິດ, ​ໂຄສົກອົງການ WHO, ທ່ານນາງ Fadela Chaib ຮັບ​ຮູ້​ວ່າ: WHO ພວມ​ສ້າງ​ວິວັດ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ວິທີ​ການ​ຮັບ​ມື​ກັບ​ໂລກລະບາດ Ebola ​ແລະ ທ່ານ​ນາງ ​ໃຫ້​ຮູ້​ວ່າ: ບໍ່​ຢັ້ງຢືນ​ໄດ້​ວ່າ ​ໂລກລະບາດ​ດັ່ງກ່າວ​ຈະ​ຖືກ​ຄວບ​ຄຸມ​ໃນ​ເວລາ​​ໃດ ​ແລະ ສະພາບ​ການ​ສັບສົນ​ນີ້​ອາດ​ຈະ​ແກ່ຍາວ​ເຖິງ​ປີ 2015.  WHO ຈະ​ຕິດຕາມ​ກວດກາ​ສະພາບ​ໂລກລະບາດ​ຢ່າງ​ໃກ້ຊິດ. ນັບ​ແຕ່​ ໂລກລະບາດ Ebola ​ເກີດ​ຂຶ້ນ​ເມື່ອ ເ​ດືອນ 2 ຜ່ານ​​ມາ ​ໄດ້​ເຮັດ​ໃຫ້ 1.350 ຄົນ​ຖືກ​ເສຍ​ຊີວິດ.

 

ຂ່າວ/ບົດ​ອື່ນ