WHO ຮຽກຮ້ອງບັນດາປະເທດຕາເວັນອອກກາງ ເພີ່ມທະວີການແບ່ງປັນຂໍ້ມນູຂ່າວສານ

(VOVWORLD) - ວັນທີ 18 ມີນາ, ອົງການອະນາໄມໂລກ ເລັ່ງລັດ ລັດຖະບານບັນດາປະເທດຢູ່ຕາເວັນອອກກາງເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບບັນດາກໍລະນີຕິດເຊື້ອໄວຣັດ SARS-CoV-2 ເພື່ອຮັບມືກັບໂລກລະບາດທີ່ເກີດຂຶ້ນໃນທົ່ວໂລກນີ້ຢ່າງມີປະສິດທິຜົນ.

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Ahmed al-Mandhari  ຫົວຫນ້າອົງການຜູ້ຕາງຫນ້າ WHO  ປະຈຳ ທາງທິດຕາເວັນອອກ ທະເລເມດິເຕີເຣນຽນ ໄດ້ເນັ້ນຫນັກວ່າ: ພວກເຮົາພຽງແຕ່ຄວບຄຸມໂລກລະບາດໄດ້ ເມື່ອໃດກຳແຫນ້ນໄດ້ສະພາບການຜ່ານຂໍ້ມູນຂ່າວຕີລາຄາສະພາບການ ຢູ່ພາກພື້ນຢ່າງຊັດເຈນ. ທ່ານ Ahmed al-Mandhari ກໍ່ເນັ້ນຫນັກວ່າ: ພວກເຮົາມີກາລະໂອກາດເພື່ອຄວບຄຸມໂລກລະບາດນີ້ ຢູ່ ຕາເວັນອອກກາງ.

ໄລ່ມາຮອດວັນທີ 18 ມີນາ ຢູ່ ພາກພື້ນຕາເວັນອອກກາງ ມີ 18.000 ຄົນຖືກຕິດເຊື້ອ COVID-19, ໃນນັ້ນ 1000 ຄົນຖືກເສຍຊີວິດຢູ່ 7 ປະເທດ ແລະ ສ່ວນຫລາຍແມ່ນຢູ່ປະເທດ ອີຣານ

ຕອບກັບ

ຂ່າວ/ບົດ​ອື່ນ