12 ວິ​ສາ​ຫະ​ກິດ ຫວຽດ​ນາມ ໄດ້​ສົ່ງ​ອອກ​ສິນ​ໃນ​ນ້ຳ​ໄປ​ຍັງ ອາ​ຣັບ​ບິ ຊະ​ອຸ​ດິ ຄືນ​ໃໝ່

(VOVWORLD) -ກົມໃຫຍ່ສະບຽງອາຫານ ແລະ ຜະລິດຕະພັນການຢາ ອາຣັບບິ ຊະອຸດິ ໄດ້ອະນຸຍາດໃຫ້ວິສາຫະກິດ 12 ແຫ່ງ ຂອງຫວຽດນາມ ສົ່ງອອກບາງປະເພດສິນຄ້າສິນໃນນ້ຳເຂົ້າຕະຫຼາດຂອງປະເທດນີ້ຄືນໃໝ່. 
12 ວິ​ສາ​ຫະ​ກິດ ຫວຽດ​ນາມ ໄດ້​ສົ່ງ​ອອກ​ສິນ​ໃນ​ນ້ຳ​ໄປ​ຍັງ ອາ​ຣັບ​ບິ ຊະ​ອຸ​ດິ ຄືນ​ໃໝ່ - ảnh 1(ພາບປະກອບ: VASEP)

        ກົມຕະຫຼາດອາຊີ - ອາຟະລິກາ ສັງກັດກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ສະຖານທູດ ອາຣັບບິ ຊະອຸດິ ປະຈຳ ຫວຽດນາມ ຫາກໍສົ່ງຈົດໝາຍທາງລັດຖະການມາຍັງບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ໂດຍແຈ້ງໃຫ້ຊາບກ່ຽວກັບເລື່ອງ ກົມໃຫຍ່ສະບຽງອາຫານ ແລະ ຜະລິດຕະພັນການຢາ ອາຣັບບິ ຊະອຸດິ ໄດ້ອະນຸຍາດໃຫ້ວິສາຫະກິດ 12 ແຫ່ງ ຂອງຫວຽດນາມ ສົ່ງອອກບາງປະເພດສິນຄ້າສິນໃນນ້ຳເຂົ້າຕະຫຼາດຂອງປະເທດນີ້ຄືນໃໝ່. ນີ້ແມ່ນສັນຍານທີ່ໜ້າຊື່ນຊົມສຳລັບບັນດາວິສາຫະກິດສົ່ງອອກສິນໃນນ້ຳຂອງ ຫວຽດນາມ, ເປີດທິດກ້າວເດີນໃໝ່ໃຫ້ແກ່ສົ້ນອອກຂອງຂະແໜງສິນໃນນ້ຳພາຍໃນປະເທດ, ໂດຍສະເພາະແມ່ນໃນສະພາບການເຄື່ອນໄຫວສົ່ງອອກສິນໃນນ້ຳໄປຍັງຫຼາຍຕະຫຼາດທີ່ພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19. ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະສືບຕໍ່ສົມທົບກັບກະຊວງກະສິກຳ - ພັດທະນາຊົນນະບົດ ແລະ ບັນດາອົງການທີ່ກ່ຽວຂ້ອງ ເຮັດວຽກນຳກັນ, ຊຸກຍູ້ ກົມໃຫຍ່ສະບຽງອາຫານ ແລະ ຜະລິດຕະພັນການຢາ ອະນຸຍາດໃຫ້ວິສາຫະກິດຫວຽດນາມຫຼາຍແຫ່ງຕື່ມອີກໄດ້ສົ່ງອອກສິນໃນນ້ຳເຂົ້າຕະຫຼາດ ອາຣັບບິ ຊະອຸດິ ຄືນໃໝ່, ມຸ່ງໄປເຖິງການລົບລ້າງຄຳສັ່ງຢຸດນຳເຂົ້າສິນໃນນ້ຳຫວຽດນາມຊົ່ວຄາວ ຢ່າງສິ້ນເຊີງ.


ຕອບກັບ

ຂ່າວ/ບົດ​ອື່ນ