25 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ

(VOVWORLD) -ຕາມທ່ານ Ibrahim ແລ້ວ, ນັບແຕ່ເມື່ອເຂົ້າເປັນສະມາຊິກອາຊຽນ ໃນວັນທີ 28 ກໍລະກົດ 1995, ຫວຽດນາມ ນັບມື້ນັບເຊື່ອມໂຍງເຂົ້າພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ, ກວ້າງຂວາງກວ່າ.

ຫວຽດນາມ ນັບມື້ນັບກາຍເປັນ “ແບບຢ່າງ” ທີ່ສະທ້ອນໃຫ້ເຫັນອຸດົມການ ແລະ ຄຸນຄ່າເຊິ່ງອາຊຽນ ນຳມາໃຫ້ປະຊາຊົນບັນດາປະເທດຢູ່ພາກພື້ນ. ນີ້ແມ່ນຂໍ້ສັງເກດຂອງທ່ານ Ahmad Ibrahim Almutaqqi, ຜູ້ອຳນວຍການໂຄງການຄົ້ນຄວ້າອາຊຽນ ຂຶ້ນກັບສູນ Habibie (ອິນໂດເນເຊຍ) ຍົກອອກມາເມື່ອແລກປ່ຽນກ່ຽວກັບນັກຂ່າວຫວຽດນາມ ຢູ່ຈາກາຕາ.

        ຕາມທ່ານ Ibrahim ແລ້ວ, ນັບແຕ່ເມື່ອເຂົ້າເປັນສະມາຊິກອາຊຽນ ໃນວັນທີ 28 ກໍລະກົດ 1995, ຫວຽດນາມ ນັບມື້ນັບເຊື່ອມໂຍງເຂົ້າພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ, ກວ້າງຂວາງກວ່າ. ມາຮອດປະຈຸບັນ, ຫວຽດນາມ ໄດ້ເປີດກວ້າງປະຕູການຄ້າເສລີ ແລະ ແມ່ນພາກສ່ວນໜຶ່ງທີ່ມີຄວາມສຳຄັນໃນລະບົບມູນຄ່າທົ່ວໂລກ. ທ່ານ Ibrahim ຢືນຢັນວ່າ, ທ່າອ່ຽງດັ່ງກ່າວແມ່ນຄືກັນກັບທຸກສິ່ງທຸກຢ່າງທີ່ໂຄງການເຊື່ອມໂຍງເຂົ້າພາກພື້ນອາຊຽນ ພວມມານະພະຍາຍາມມຸ່ງໄປເຖິງ ແລະ ເປັນທີ່ຈະແຈ້ງແລ້ວວ່າ ຫວຽດນາມ ພວມໄດ້ຮັບຜົນປະໂຫຍດຈາກການເຊື່ອມໂຍງ.

        ນັກຄົ້ນຄວ້າ Ibrahim ກໍ່ຖືວ່າ, ສິ່ງທີ່ເປັນໜ້າຊື່ນຊົມນັ້ນແມ່ນ ຫວຽດນາມ ນັບມື້ນັບໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາການນຳຂອງອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ