29 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ ອາ​ຊຽນ: ຫວຽດ​ນາມ​ມີ​ການ​ປະ​ກກອບ​ສ່ວນ​ຢ່​າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແລະ ຜົນ​ສຳ​ເລັດ​ຂອງ ອາ​ຊຽນ

(VOVWORLD) - ວັນທີ 28 ກໍລະກົດ 1995, ຫວຽດນາມກາຍເປັນສະມາຊິກຂອງອາຊຽນ ຢ່າງເປັນທາງການ. ໃນຕະຫຼອດໄລຍະ 29 ປີຜ່ານມາ (28/07/1995 – 28/07/2024) ຫວຽດນາມ ຍາມໃດກໍ່ກຳນົດການເຂົ້າຮ່ວມ ແລະ ປະກອບສ່ວນໃຫ້ແກ່ ອາຊຽນບົນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ.

29 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ ອາ​ຊຽນ: ຫວຽດ​ນາມ​ມີ​ການ​ປະ​ກກອບ​ສ່ວນ​ຢ່​າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແລະ ຜົນ​ສຳ​ເລັດ​ຂອງ ອາ​ຊຽນ - ảnh 1ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນວົງແຄບຄັ້ງທີ 30, ຢູ່ຫຼວງພະບາງ, ລາວ (ພາບ: TTXVN)

ໃນໄລຍະມໍ່ໆມານີ້ 2021 – 2024, ຫວຽດນາມໄດ້ຮັບດຳລົງຕຳແໜ່ງ ຊຸກຍູ້ ການປະສານງານລະຫວ່າງ ອາຊຽນ ແລະ ສ.ເກົາຫຼີຢ່າງຕັ້ງໜ້າ. ທ່ານ Lee Jang-keun ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ອາຊຽນ ຕີລາຄາວ່າ ການປະສານງານຂອງ ຫວຽດນາມ ໄດ້ປະກອບສ່ວນເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ສ.ເກົາຫຼີ ໃນໄລຍະໃໝ່ເລິກເຊິ່ງກ່ວາອີກ.

ກ່ອນອື່ນໝົດ, ໃນຂອບເຂດການປະສານງານແຫ່ງຊາດຂອງ ຫວຽດນາມ, ທ່ານເລຂາທິການໃຫຍ່ ສ.ເກົາຫຼີໄດ້ປະກາດຂໍ້ລິເລີ່ມແຫ່ງຄວາມສາມັກຄີ ສ.ເກົາຫຼີ - ອາຊຽນຢູ່ກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ ປີ 2022. ທີສອງ, ທ່ານປະທານາທາບໍດີ ສ.ເກົາຫຼີກໍ່ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການປະກອບສ່ວນໃນແຕ່ລະປີ ເຂົ້າໃນບັນດາກອງທຶນການຮ່ວມມືທີ່ກ່ຽວຂ້ອງເຖິງ ອາຊຽນ ຂຶ້ນເຖິງ 48 ລ້ານ USD ຮອດປີ 2027, ເພື່ອແນໃສ່ໜູນຊ່ວຍຫຼາຍໂຄງການຮ່ວມມືທີ່ໄດ້ຮັບການປະຕິບັດ ກັບອາຊຽນ. ທີສາມ, ປີ 2023 ພາຍໃຕ້ການປະສານງານຂອງ ຫວຽດນາມ, ບັນດາການນຳ ອາຊຽນ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີໄດ້ຮັບຮອງເອົາ ຖະແຫຼງການຮ່ວມກ່ຽວກັບທັດສະນະຂອງ ອາຊຽນກ່ຽວກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ (AOIP)ຢ່າງສຳເລັດຜົນ. ທີສີ່, ດ້ວຍບົດບາດປະສານງານຂອງ ຫວຽດນາມ, ສອງຝ່າຍມີການຮ່ວມມືຢ່າງແໜ້ນແຟ້ນເພື່ອເປີດເສັ້ນທາງມຸ່ງໄປເຖິງການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ສ.ເກົາຫຼີ ໃນເດືອນຕຸລາຈະມາເຖິງ.

ຢູ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 57 ທີ່ຫາກໍ່ດຳເນີນຢູ່ລາວ, ຫວຽດນາມ ໄດ້ຮັບບົດບາດເປັນຜູ້ປະສານງານການພົວພັນລະຫວ່າງ ອາຊຽນ ກັບ ສອງຄູ່ຮ່ວມມືໃໝ່ຢ່າງເປັນທາງການ ເຊິ່ງແມ່ນນິວຊີແລນ ແລະ ອັງກິດ. ນີ້ເປັນຄັ້ງທຳອິດ ທີ່ຫວຽດນາມຮັບດຳລົງຕຳແໜ່ງເປັນຜູ້ປະສານງານກັບ ສອງຄູ່ຮ່ວມມືໃນເວລາດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ