ການ​ປະ​ທະ​ກັນ ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ປ​ະ​ທະ​ກັນ​ກ້າ​ວ​ເຂົ້າ​ສູ່​ເດືອນ​ທີ 12

(VOVWORLD) - ໄລ່ຮອດວັນທີ 7 ກັນຍາ, ການປະທະກັນລະຫວ່າງຂະບວນການ ຮາມາດສ ແລະ ອິດສະຣາແອັນ ຢູ່ເຂດ ກາຊາ ໄດ້ກ້າວເຂົ້າສູ່ເດືອນທີ 12.
ການ​ປະ​ທະ​ກັນ ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ປ​ະ​ທະ​ກັນ​ກ້າ​ວ​ເຂົ້າ​ສູ່​ເດືອນ​ທີ 12 - ảnh 1ສະພາບການບ້ານເມືອງ ກາຊາ ພາຍຫຼັງການບຸກໂຈມຕີທາງອາກາດ ຂອງ ອິດສະຣາແອັນ ໃນວັນທີ 30/8/2024(ພາບ: THX/TTXVN)

 ປັດຈຸບັນ, ບໍ່ຄ່ອຍມີສັນຍານທີ່ສະແດງໃຫ້ເຫັນວ່າ ການປະທະກັນຢູ່ເຂດ ເມດີເຕຣາເນຍ ຈະຢຸດຕິລົງໃນໄວໆນີ້. ຕາມການໄຈ້ແຍກແລ້ວ, ຄວາມສາມາດທີ່ຈະບັນລຸໄດ້ຄຳສັ່ງຢຸດຍິງ ຫຼື ຄວາມສາມາດ ຮາມາດສ ປ່ອຍຕົວປະກັນ ອິດສະຣາແອັນ ເພື່ອແລກເອົານັກໂທດ ປາແລັດສະຕິນ ທີ່ຖືກ Tel Aviv  ກັກຂັງ ແມ່ນບອບບາງທີ່ສຸດ ໃນຂະນະທີ່ທັງສອງຝ່າຍ ລ້ວນແຕ່ຮັກສາໄດ້ຫຼັກໝັ້ນຂອງຕົນ. ປັດຈຸບັນ, ຮາມາດສ ຮຽກຮ້ອງໃຫ້ ອິດສະຣາແອັນ ຖອນກຳລັງທັງໝົດອອກຈາກເຂດ ກາຊາ. ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ  Benjamin Netanyahu  ຖະແຫຼງວ່າ ກອງທັບປະເທດນີ້ ຕ້ອງຢູ່ເຂດດິນແດນສຳຄັນລຽບຕາມຊາຍແດນ ກາຊາ - ອີຢິບ.

        ກົງກັບໂອກາດນີ້, ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan  ໄດ້ຮຽກຮ້ອງໃຫ້ສ້າງຕັ້ງສຳພັນທະມິດບັນດາປະເທດ ອິດສະລາມ ເພື່ອຮັບມືກັບ ອິດສະຣາແອັນ. ການນຳ ຕວັກກີ ເນັ້ນໜັກວ່າ ເລື່ອງ ຫວ່າງມໍ່ໆມານີ້, ຕວັກກີ ຊຸກຍູ້ການປົວແປງສາຍພົວພັນລະຫວ່າງສອງປະເທດ ອີຢິບ ແລະ ຊີຣີ ແມ່ນເພື່ອແນໃສ່ເປົ້າໝາຍສ້າງຕັ້ງແນວໂຮມສາມັກຄີ ເພື່ອຕ້ານຄືນໄພນາບຂູ່ທີ່ນັບມື້ນັບເພີ່ມຂຶ້ນ ຈາກ ອິດສະຣາແອັນ, ພ້ອມທັງກ່າວປະນາມສົງຄາມທີ່ແກ່ຍາວ 11 ເດືອນ ຂອງ ອິດສະຣາແອັນ ເຂົ້າເຂດ ກາຊາ ເຮັດໃຫ້ປະຊາຊົນເກືອບ 150.000 ຄົນເສຍຊີວິດ, ສ່ວນຫຼາຍແມ່ນສາມັນຊົນ.

ທີ - ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ