2ພາກເກົາຫຼີຍິງປືນໃສ່ກັນຢູ່ເຂດຊາຍແດນທາງບົກ

2ພາກເກົາຫຼີຍິງປືນໃສ່ກັນຢູ່ເຂດຊາຍແດນທາງບົກ - ảnh 1
ອົງ​ການ​ພົນ​ລະ​ເຮືອນ ສ. ເກົາຫຼີ ປ່ອຍ​ໝາກ​ປູມ​ເປົ້າທີ່​ມີ​ໃບ​ປີວ​ຕ້ານ ພຽງ​ຢາງ
(ພາບ: Yonhap)

(vovworld) – ສຳ​ນັກ​ຂ່າວ​ສານ Yonhap ໄດ້​ຄັດ​ສະ​ເໜີ​ຂ່າວ​ຂອງກອງ​ທັບ ສ. ເກົາຫຼີ ໃຫ້​ຮູ້​ວ່າ: ວັນ​ທີ 10/10, 2 ພາກ​ເກົາຫຼີ ໄດ້​ຍິງ​ປືນ​ໃສ່​ກັນ​ຢູ່​ໃກ້​ກັບ​ເຂດ​ຊາຍ​ແດນ​ການ​ທະ​ຫານ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ເວ​ລາ 4 ປີ​ຜ່ານ​ມາ, 2 ພາກ​ ເກົາຫຼີ ຍິງ​ປືນ​ຢູ່​ທາງ​ບົກ. ຕາມ​ແຫຼ່ງ​ຂ່າວ​ດັ່ງ​ກ່າວ​ແລ້ວ, ບັນ​ດາ​ກຳ​ລັງ​ຂອງ ສ​ປ​ປ ເກົາຫຼີ ໄດ້​ຍິງ​ປືນ​ຈັກ, ໃນ​ຮອບ​ເວ​ລາ 20 ນາ​ທີ, ໃກ້​ກັບ​ເຂດ​ພົນ​ລະ​ເຮືອນ​ທາງ​ທິດ​ຕາ​ເວັນ​ຕົກ​ຂຶ້ນ​ກັບ​ເມືອງ Yeoncheon, ແຂວງ Gyeonggi, ຂອງ ສ. ເກົາຫຼີ. ເຫດ​ການ​ເກີດ​ຂຶ້ນ​ພາຍຫຼັງ​ອົງ​ການ​ພົນ​ລະ​ເຮືອນ ສ. ເກົາຫຼີ ປ່ອຍ​ໝາກ​ປູມ​ເປົ້າທີ່​ມີ​ໃບ​ປີວ​ຕ້ານ ພຽງ​ຢາງ ເຖິງ​ເຂດ​ດິນ​ແດນ​ຂອງ ສປ​ປ ເກົາ​ຫຼີ ເກືອບ 2 ຊົ່ວ​ໂມງ. ກອງ​ທັບ ສ. ເກົາຫຼ​ີ ໄດ້​​ໂຕ້​ຕອບດ້ວຍ​ການ​ຍິງ​ປືນ ພາຍຫຼັງ​ໄດ້​ກ່າວ​ເຕືອນ. ບໍ່​ມີ​ການ​​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຈາກ ສ. ເກົາຫຼີ. ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ຢູ່ Yeoncheon ໄດ້​ອົບ​ພະ​ຍົບ​ອອກ​ຈາກ​ເຂດ​ດັ່ງ​ກ່າວ.

 

ຂ່າວ/ບົດ​ອື່ນ