3 ຈຸດສຸມພັດທະນາ ເສດຖະກິດໃນປີ 2014

3 ຈຸດສຸມພັດທະນາ ເສດຖະກິດໃນປີ 2014 - ảnh 1
ເວທີ​ປາ​ໄສ​ເສດຖະກິດ​ລະດູ​ໃບ​ໄມ້​ຫຼົ່ນ​ປີ 2013

 (ພາບ: vietbao.vn )

 (vovworld)- ຮັກສາ​ເສດຖະກິດ​ມະຫາ​ພາກ​​ ແລະ ​ການ​ເຕີບ​ໂຕ​ເປັນ​ປົກກະຕິ; ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ; ປັບປຸງ​ບັນຫາ​ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ ​ແລະ ຊີວິດ​ຂອງ ປຊຊ ທຸ​ກຊັ້ນວັນນະ​ແມ່ນ 3 ຈຸດ​ສຸມ​ພັດທະນາ​ເສດຖະກິດຫວຽດນາມ ​ໃນ​ປີ 2014 ​ທີ່​ຖືກ​ຍົກ​ອອກ​ມາ​​ໃນ​ເວທີ​ປາ​ໄສ​ເສດຖະກິດ​ລະດູ​ໃບ​ໄມ້​ຫຼົ່ນ​ປີ 2013 ຊື່​ງຈັດ​ຂຶ້ນ​ໃນ​ວັນ​ທີ 26-17/9 ຢູ່​ນະຄອນ​ເຫ້ວ. ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຖື​ວ່າ: ​ໃນ​ເງື່ອນ​ໄຂ​ຄວາມ​ຕ້ອງການ​ຫລຸດ​ລົງ​ຄື​ປະຈຸ​ບັນ ຕ້ອງ​ມີ​ທັດສະນະ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ເພື່ອ​ຫລີກ​ເວັ້ນສະພາບ​ຂາດ​ສະຖຽນລະ​ພາບໃນ​ອະນາຄົດ. ທ່ານ​ຫງວຽນ​ຊວນ​ທັງ ປະທານ​ສະພາ​ມະຫາບັນດິດ ​ວິທະຍາສາດ​ສັງຄົມ​ຫວຽດນາມ ຖື​ວ່າ:

   “ສິ່ງ​ສຳຄັນ​ທີ່​ສຸດ, ນັ້ນ​ແມ່ນ ຕ້ອງ​ສຸມ​ໃສ່​ສືບ​ຕໍ່​ໃຫ້​ບຸລິມະສິດ​ແກ່​ການ​ຮັກສາ​ເສດຖະກິດ​ມະ​ຫາພາກ​ເປັນ​ປົກກະຕິ, ​​ເພາະວ່າ​ນີ້​​ແມ່ຮ​ເງື່ອນ​ໄຂແມ່ນ​ປະຖົມປັດ​ໄຈ​ເພື່ອ​ໃຫ້​ພວກເຮົາມີ​ການ​ເຕີບ​ໂຕ​ຢ່າງເໝາະ​ສົມ, ​ ກໍ່​ຄື​ສ້າງ​ບາດ​ກ້າວ​ພັດທະນາ​ໃໝ່​ໃນ​ຊຸມ​ປີ​ຈະ​ມາ​ເຖິງ“.

 

 

ຂ່າວ/ບົດ​ອື່ນ