4 ປີ​​ຂອງ​ການເຊັນ​ສັນ​ຍາ EVFTA: EU ໄດ້​ລົງ​ທຶນ​ເງິນ​ເປັ​ນ​ຈຳ​ນວນ 28 ຕື້ ເອີ​ໂຣ​ເຂົ້າ ຫວຽດ​ນາມ

(VOVWORLD) - EVFTA ໄດ້ຊຸກຍູ້ການສົ່ງອອກຂອງ ຫວຽດນາມ ໄປຍັງເອີລົບຫຼາຍພໍສົມຄວນ, ເພີ່ມແຕ່ 35 ຕື້ເອີໂຣໃນປີ 2019 ຂຶ້ນເຖິງກ່ວາ 48 ຕື້ ເອີໂຣໃນປີ 2023. ການເຕີບໂຕໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນບັນດາຂົງເຂດຄື: ເອເລັກໂຕນິກ, ຕ່ຳແຜ່ນຕັດຫຍິບ, ເກີບໜັງ, ກະສິກຳ ແລະ ສິນທະເລ.
4 ປີ​​ຂອງ​ການເຊັນ​ສັນ​ຍາ EVFTA: EU ໄດ້​ລົງ​ທຶນ​ເງິນ​ເປັ​ນ​ຈຳ​ນວນ 28 ຕື້ ເອີ​ໂຣ​ເຂົ້າ ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ວັນທີ 1 ສິງຫາ ແມ່ນຄົບຮອບ 4 ປີແຫ່ງວັນເຊັນສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EVFTA) ມີຜົນສັກສິດ (01/08/2020 – 01/08/2024). ນີ້ແມ່ນສັນຍາການຄ້າເສລີທີ່ມີລັກສະນະບາດລ້ຽວ, ກາຍເປັນກຳລັງໜູນສຳຄັນໃຫ້ແກ່ການຄ້າ ແລະ ການລົງທຶນລະຫວ່າງ ສະຫະພາບ ເອີລົບ ແລະ ຫວຽດນາມ.

ເນື່ອງໃນໂອກາດນີ້, ວັນທີ 31 ກໍລະກົດ, ສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ ປະກາດການສຳຫຼວດດັດຊະນີຄວາມໄວ້ເນື້ອເຊື່ອໃຈດຳເນີນທຸລະກິດ (BCI) ໂດຍ Decision Lab ປະຕິບັດ, ຜ່ານນັ້ນ ກໍ່ສະແດງໃຫ້ເຫັນວ່າ EVTFA ໄດ້ເປີດປະຕູໃຫ້ແກ່ບັນດາວິສາຫະກິດເອີລົບເຂົ້າມາຕະຫຼາດຫວຽດນາມ ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ.

ຕາມ BCI ແລ້ວ, ເກືອບ 2/3 ຈຳນວນວິສາຫະກິດ ເອີລົບປະຈຳ ຫວຽດນາມ ທີ່ເຂົ້າຮ່ວມການສຳຫຼວດ ຖືວ່າ ເຂົາເຈົ້າໄດ້ຮັບຜົນປະໂຫຍດຢູ່ລະດັບທີ່ແຕກຕ່າງກັນ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ 27% ຈຳນວນບໍລິສັດພວມໄດ້ຮັບຜົນປະໂຫຍດຢູ່ລະດັບຫຼາຍຫາຫຼາຍທີ່ສຸດ (ເພີ່ມຂຶ້ນຫຼາຍພໍສົມຄວນເມື່ອທຽບໃສ່ກັບ 18% ໃນປີ 2023).

ຕາມ EuroCham ແລ້ວ, EVFTA ໄດ້ຊຸກຍູ້ການສົ່ງອອກຂອງ ຫວຽດນາມ ໄປຍັງເອີລົບຫຼາຍພໍສົມຄວນ, ເພີ່ມແຕ່ 35 ຕື້ເອີໂຣໃນປີ 2019 ຂຶ້ນເຖິງກ່ວາ 48 ຕື້ ເອີໂຣໃນປີ 2023. ການເຕີບໂຕໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນບັນດາຂົງເຂດຄື: ເອເລັກໂຕນິກ, ຕ່ຳແຜ່ນຕັດຫຍິບ, ເກີບໜັງ, ກະສິກຳ ແລະ ສິນທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ