7 ມາດຕະການ ຮັກສາລາຄາສິນຄ້າໃນເດືອນ 6/2012 ໃຫ້ເປັນປົກກະຕິ

7 ມາດຕະການ ຮັກສາລາຄາສິນຄ້າໃນເດືອນ 6/2012 ໃຫ້ເປັນປົກກະຕິ - ảnh 1
ພາບປະກອບ:vtv.vn
(vovword)- ກະຊວງ​ການ​ເງິນ​ຫວຽດນາມ ສະ​ເຫ​ນີ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ຈົ່ງ​ເອົາ​ໃຈ​ໃສ່​ປະຕິບັດ 7 ມາດ​ຕະການ​ຮັກສາ​ລາຄາ​ສິນຄ້າ​​ໃນ​ເດືອນ 6/2012 ​ໃຫ້​ເປັນ​ປົກກະຕິ. ຕາມ​ນັ້ນ​​ແລ້ວ, ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ຄວນ​ສຸມ​ໃສ່​ຕິດຕາມ​ກວດກາ​ຢ່າງ​ແຫນ້ນ​ແຟ້ນການ​ຜັນ​ແປ​ຂອງ​ຕະຫລາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ນຳ​ໃຊ້​ບັນດາ​ມາດ​ຕະການ​ດັດ​ສົມ​ການ​ສະຫນອງ - ຄວາມ​ຕ້ອງການ, ການ​ຮັກສາ​ລາຄາ​ສິນຄ້າ​ໃນ​ທ້ອງ​ຕະຫລາດ​ໃຫ້​ເປັນ​ປົກກະຕິ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ປະ​ເພດ​ສິນ​ຄ້າ​ທີ່​ຂຶ້ນ​ກັບ​ເປົ້າ​ໝາຍຕ້ອງ​ຮັກສາ​ລາ​ຄາ​​ໃຫ້ເປັນ​ປົກກະຕິ, ສິນ​ຄ້າ​ທີ່​ຈຳ​ເປັນ​ໃຫ​​້​ແກ່​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່, ບໍ່​ປະ​ໃຫ້​ເກີດ​ສະພາບ​ຂາດ​ແຄ​ນສິນຄ້າ. ພ້ອມ​ກັນ​ນັ້ນ ຕ້ອງ​ມີ​ມາດ​ຕະການ​ຮັບປະກັນ​ການ​ສະຫນອງ​ສິນຄ້າ​ທີ່​ຈຳ​ເປັນ​​ໃຫ້​ແກ່​ຕາ​ແສງ​ຫ່າງ​ໄກ​ສອກ​ຫລີກ, ​ເຂດ​ພູດ​ອຍ, ​ເຂດ​ຊາຍ​ແດນ ​ແລະ ໝູ່​ເກາະ ​ເປັນ​ຕົ້ນ​​ແມ່ນໃນ​ຈຸດ​ເວລາ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​​ເກີດ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ. ຄຽງ​ຄູ່​ກັນນັ້ນ ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ້ອງ​ຕິດຕາມ​ກວດກາ​ຢ່າງ​ແຫນ​້ນ​ແຟ້ນສຳລັບ​ບັນດາ​ວິ​ສາ​ຫະກິດ​ທີ່​ໄດ້​ນຳ​ໃຊ້​ນະ​ໂຍບາຍ​ຕໍ່​ກຳນົດ​ເວລາ​ເສຍ​ອາກອນ, ຫລຸດຜ່ອນ​ອາກອນ​ມູນ​ຄ່າ​ເພີ່ມ, ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ, ຄ່າ​ເຊົ່າທີ່​ດິນ.
ຂ່າວ/ບົດ​ອື່ນ