ຕອນໜຶ່ງຂອງແມ່ນ້ຳຂອງ
(ພາບປະກອບ)
(vovworld) – ບັນດາຜູ້ເລາະຂາຍເຄື່ອງຢູ່ 3 ນະຄອນນ້ອຍທີ່ລຽບຕາມແລວເສດຖະກິດ ກຳປູເຈຍ - ລາວ - ຫວຽດນາມ ຈະມີໂອກາດໄດ້ສຳຜັດກັບແຫຼ່ງທຶນນ້ອຍ, ຜ່ານບ້ວງຊ່ວຍເຫຼືອລ້າທີ່ມີມູນຄ່າ 2,5 ລ້ານໂດລາສະຫະລັດ ຈາກກອງທຶນຫຼຸດຜ່ອນຄວາມທຸກຍາກຂອງຍີ່ປຸ່ນ, ເພື່ອແນໃສ່ພັດທະນາຕະຫຼາດໃໝ່ ແລະ ເພີ່ມແຫຼ່ງການເງິນໜູນຊ່ວຍ. ນີ້ແມ່ນຄຳປະກາດຂອງທະນາຄານພັດທະນາອາຊີ (ADB) ຢູ່ຮ່າໂນ້ຍເມື່ອວັນທີ 22/5. ໂຄງການຈະສະຫງວນໃຫ້ແມ່ຍິງເລາະຂາຍເຄື່ອງບ່ອນໜຶ່ງໃນເຂດຕະຫຼາດໃໝ່, ເພື່ອຊ່ວຍເຂົາເຈົ້າສຳຜັດກັບການບໍລິການເບິ່ງແຍງດູແລເດັກນ້ອຍຂອງອຳນາດການປົກຄອງທ້ອງຖີ່ນ, ເພື່ອຮັບປະກັນໃຫ້ເຂົາເຈົ້າສາມາດຫາເງິນລ້ຽງຊີບຢ່າງປອດໄພ. ຕະຫຼາດນ້ອຍ 3 ເຂດຈະຖືກກໍ່ສ້າງຢູ່ນະຄອນ ບາດຕາມບາງ (ກຳປູເຈຍ), ໄກສອນພົມວິຫາ (ລາວ) ແລະ ດົງຮ່າ (ຫວຽດນາມ)