ADBໜູນຊ່ວຍຫວຽດນາມປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ
ພາບປະກອບ
(vovworld) – ວັນທີ 25/11, ທະນາຄານພັດທະນາອາຊີ (ADB) ແລະ ລັດຖະບານ ຫວຽດນາມ ເຊັນສັນຍາກູ້ຢືມທຶນທີ່ມີມູນຄ່າ 50 ລ້ານ USD ເພື່ອແນໃສ່ປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ ຫວຽດນາມ, ຊຸກຍູ້ການໃຊ້ຈ່າຍໃຫ້ການທ່ອງທ່ຽວ, ສ້າງວຽກເຮັດງານທຳໃນຂະແໜງທ່ອງທ່ຽວໃຫ້ຄົນທຸກຍາກ ແລະ ປະຊາຄົມບັນດາເຜົ່າສ່ວນໜ້ອຍ. ທີ່ພິທີ, ທ່ານ Tomoyuki Kimura, ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາອາຊີ ປະຈຳ ຫວຽດນາມ, ຕາງໜ້າໃຫ້ທະນາຄານພັດທະນາ ອາຊີ, ຢັ້ງຢືນວ່າ: ບັນດາໂຄງການພັດທະນາການທ່ອງທ່ຽວແມ່ນມາດຕະການມີປະສິດທິຜົນ ເພື່ອສ້າງວຽກເຮັດງານທຳ, ພັດທະນາບັນດາທັກສະແຮງງານ ແລະ ຫລຸດຜ່ອນຄວາມອຶດຫິວທຸກຍາກ. ຈຸດໝາຍຕົ້ນຕໍຂອງໂຄງການແມ່ນຊຸກຍູ້ການເຕີບໂຕເສດຖະກິດຢ່າງສະໝ່ຳສະເໝີ ຜ່ານການສ້າງບັນດາກາລະໂອກາດຫາເງິນນຳມາເຊິ່ງຜົນປະໂຫຍດໃຫ້ຄົນທຸກຍາກ, ຊາວຊົນເຜົ່າສ່ວນໜ້ອຍ, ພິເສດແມ່ນແມ່ຍິງ. ໂຄງການມຸ່ງໄປເຖິງຈຸດໝາຍເພີ່ມທະວີຄວາມສາມາດແກ່ງແຍ້ງຂອງຂະແໜງທ່ອງທ່ຽວຢູ່ ດ້ຽນບຽນ, ຮ່າຕີ້ງ, ກຽນຢາງ, ລາວກາຍ ແລະ ໄຕນີງ, 5 ແຂວງນອນໃນບັນດາແລວເສດຖະກິດເຂດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ. ກ່ວາ 30.000 ຄົນຈະໄດ້ຮັບຜົນປະໂຫຍດຈາກໂຄງການນີ້.