APEC 2017: ກອງປະຊຸມບັນດາເຈົ້າຫນ້າທີ່ອາວຸໂສກ່ຽວກັບການຄຸ້ມຄອງໄພທຳມະຊາດຄັ້ງທີ 11 ຈະດຳເນີນ ຢູ່ ເງ້ອານ

(VOVWORLD)ໃນຂອບເຂດບັນດາການເຄື່ອນໄຫວຂອງເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟີກ (APEC) ຢູ່ຫວຽດນາມ ປີ 2017,

ກອງປະຊຸມບັນດາເຈົ້າຫນ້າທີ່ ອາວຸໂສ APEC ກ່ຽວກັບການຄຸ້ມຄອງໄພທຳມະຊາດຄັ້ງທີ 11 ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ສົມທົບກັບຄະນະກຳມະການແຫ່ງຊາດ APEC 2017  ແລະ ຄະນະກຳມະການປະຊາຊົນແຂວງ ເງ້ອານ ຈັດຕັ້ງ ຈະດຳເນີນແຕ່ວັນທີ 21-22 ກັນຍາປີ 2017 ຢູ່ ນະຄອນ ວີງ ແຂວງ ເງ້ອານ. ມີຜູ້ແທນປະມານ 200 ຄົນ ທີ່ມາຈາກບັນດາພື້ນຖານເສດຖະກິດ APEC, ບັນດາອົງການຈັດຕັ້ງສາກົນ, ກຸ່ມວິສາຫະກິດ ແລະ ບັນດາເຈົ້າຫນ້າທີ່ອາວຸໂສຂອງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຂອງຫວຽດນາມ ຈະເຂົ້າຮ່ວມກອງປະຊຸມ. ກອງປະຊຸມ ຈະປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມື ແລະ ການປ່ຽນໃຫມ່ເຕັກໂນໂລຊີທີ່ກ້າວຫນ້າ ຫນູນຊ່ວຍວຽກງານປ້ອງກັນຕ້ານໄພທຳມະຊາດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ