AU ກ່າວ​ປະ​ນາມ​ບັນ​ດາ​ການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນ​ປະ​ທ້ວງ​ທີ່​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ອາ​ຟ​ະ​ລິ​ກາ ໃຕ້

(VOVWORLD) -  ວັນທີ 14 ກໍລະກົດ, ທ່ານ Moussa Faki Mahamat ປະທານຄະນະກຳມະການສະຫະພາບອາຟະລິກາ (AU) ໄດ້ກ່າວປະນາມການແຫ່ຂະບວນປະທ້ວງທີ່ໃຊ້ຄວາມຮຸນແຮງພວມເພີ່ມຂຶ້ນ ແລະ ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດຢູ່ ອາຟະລິກາໃຕ້.
AU ກ່າວ​ປະ​ນາມ​ບັນ​ດາ​ການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນ​ປະ​ທ້ວງ​ທີ່​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ອາ​ຟ​ະ​ລິ​ກາ ໃຕ້ - ảnh 1ການໃຊ້ຄວາມຮຸນແຮງຢູ່ ອາຟະລິກາໃຕ້ (ພາບ: AFP/TTXVN)

 ໃນຖະແຫຼງການໜຶ່ງທີ່ໄດ້ຍົກອອກໃນວັນດຽວກັນ, ທ່ານ Mahamat ໄດ້ຮຽກຮ້ອງໃຫ້ຟື້ນຟູຄວາມເປັນລະບຽບຮຽບຮ້ອຍ, ສັນຕິພາບ ແລະ ສະຖຽນລະພາບ ຢູ່ປະເທດນີ້ໂດຍດ່ວນ ດ້ວຍການເຄົາລົບທຸກສິດອຳນາດນິຕິບັນຍັດ. ທ່ານກໍໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວທີ່ມີຜູ້ປະສົບເຄາະຮ້າຍ ແລະ ພາວະນາຂໍໃຫ້ຜູ້ຖືກຮັບບາດເຈັບດີຂຶ້ນໂດຍໄວ. ທ່ານ Mahamat ກ່າວເຕືອນວ່າ ຖ້າຫາກວ່າສະພາບການດັ່ງກ່າວບໍ່ຢຸດຕິໃນໄວໆນີ້ ອາດຈະສົ່ງຜົນກະທົບຢ່າງຮຸນແຮງ ບໍ່ວ່າສະເພາະຢູ່ພາຍໃນປະເທດນີ້ເທົ່ານັ້ນ ຫາກຍັງນັບທັງພາກພື້ນອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ