CPTPP: ສິ່ງທ້າທາຍອາດຈະຄວບຄຸມໄດ້ຖ້າຫາກມີແຜນການແລະຂັ້ນຕອນເໝາະສົມ

(VOVWORLD) -ກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ, ໄດ້ຮັບບົດລາຍງານ 13 ບົດຂອງ ກະຊວງ, ຂະແໜງການ, ອົງການຂັ້ນສູນກາງ ແລະ 35 ຫົວໜ່ວຍຂັ້ນທ້ອງຖິ່ນ ກ່ຽວກັບສະພາບການຜັນຂະຫຍາຍແຜນການປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ທ່ານ ໂງຈຸງແຄ໋ງ, ຮອງຫົວໜ້າກົມນະໂຍບາຍການຄ້ານາໆຊາດ, ໃຫ້ຮູ້ວ່າ, ບັນດາບົດລາຍງານສົ່ງໃຫ້ກະຊວງອຸດສາຫະກຳການຄ້າ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນລ້ວນແຕ່ສ້າງແຜນການຕາມ 5 ໝວດຂົງເຂດຕົ້ນຕໍເປັນພື້ນຖານແລ້ວ. ລະອຽດແມ່ນ, ສ່ວນຫຼາຍໄດ້ເອົາໃຈໃສ່ເຂົ້າເລື່ອງໂຄສະນາກ່ຽວກັບສັນຍາ CPTPP ດ້ວຍຫຼາຍຮູບຫຼາຍແບບທີ່ແຕກຕ່າງກັນ; ດຳເນີນການກວດກາ, ປັບປຸງບັນດາເອກະສານດ້ານກົດໝາຍພວມປະກາດໃຊ້ ເພື່ອແນໃສ່ໃຫ້ເໝາະສົມກັບບັນດາຂໍ້ກຳນົດຂອງ CPTPP; ຜັນຂະຫຍາຍບັນດາໂຄງການໜູນຊ່ວຍ ແລະ ຍົກສູງກຳລັງຄວາມແກ່ງແຍ້ງ, ສ້າງນະໂຍບາຍ ແລະ ກົນໄກໜູນຊ່ວຍວິສາຫະກິດຂຶ້ນກັບຫຼາຍຂົງເຂດ… ຜ່ານນັ້ນໜູນຊ່ວຍໃຫ້ແກ່ການສ້າງແຜນການຍຸດທະສາດດຳເນີນທຸລະກິດໃຫ້ເໝາະສົມ ເພື່ອນຳໃຊ້ຜົນປະໂຫຍດເຊິ່ງສັນຍາ CPTPP ນຳມາໃຫ້ໄດ້ຫຼາຍທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ