EU ເອົາໃຈໃສ່ເຖິງ FTA ສອງຝ່າຍກັບຫວຽດນາມ

( vovworld ) - ວັນທີ 1/3, ​ເມື່ອ​ຕອບສຳພາດ​ກ່ຽວຂ້ອງ​ເຖິງ​ສັນຍາ​ການ​ຄ້າ​ເສລີ ( FTA ) ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ ( EU ), ​ໂຄສົກ​ຜູ້ຮັບຜິດ​ຊອບດ້ານ​ການ​ຄ້າ​ຂອງ​ຄະນະ​ກຳມະການ​ເອີ​ລົບ, ທ່ານ John Clancy ​ໄດ້​ຖະ​ແຫຼ​ງວ່າ EU ​ເອົາ​ໃຈ​ໃສ່​ພ້ອມ​ກັບ​ຫວຽ​ດນາມ ​ເຂົ້າ​ຮ່ວມ​ບັນດາ​ການ​ເຈລະຈາ FTA ດ້ວຍ​ເງື່ອນ​ໄຂ​ທີ່​ສອງ​ຝ່າຍ​ມີ​ຄວາມ​ຫວັງ​ກ່ຽວກັບ FTA ທີ່​ເລິກ​ເຊິ່ງ ​ແລະ ​ຮອບດ້ານ​ກວ່າ. ທ່ານ​ກໍ​ໃຫ້​ຮູ້​ວ່າ EU ພວມ​ລໍ​ຖ້າ​​ວິວັດ​ການ​ກະ​ກຽມສິ້ນ​ສຸດລົງ​ເພື່ອ​ສາມາດ​ເລີ່​ມຕົ້ນ​ການ​ເຈລະຈາ​ຢ່າງ​ເປັນ​ທາງ​ການ. ຕາມ​ທ່ານ John Clancy ​ແລ້ວ, ​ເພື່ອ​ຮັບປະກັນ​ໃຫ້ EU ​ແລະ ຄູ່​ຮ່ວມ​ມື​ເຈລະຈາ​ໃນ​ອະນາ​ຄົດ​ມີ​ບັນດາຄວາມ​ຫວັງ​ເຊັ່ນ​ດຽວ​ກັນ ດັ່ງ​ນັ້ນ, ວຽກງານ​ກະ​ກຽມຕ້ອງ​ໄດ້​ຮັບ​ການ​ດຳ​ເນີນ. ນັ້ນ​ແມ່ນ​ເອກະສານ​ທີ່​ມີຄວາມ​ສາມາດເປັນ​ໄປ​ໄດ້​ເພື່ອ​ແນ​ໃສ່​ວາງ​ຂໍ້​ມູນ​ຕົວ​ເລກ​ພື້ນຖານ ​ແລະ ບັນດາ​ເປົ້າ​ໝາຍ​ໃຫ້​ແກ່​ແຕ່ລະ​ຂົງ​ເຂດ​ເຊິ່ງນອນ​ໃນ FTA ຈະ​ໄດ້​ຮັບ​ການ​ເຈລະຈາ. EU ​ແລະ ຫວຽດນາມ ພວມ​ສົມທົບ​ກັນສ້າງ​ເອກະສານທີ່​ມີຄວາມ​ສາມາດເປັນ​ໄປ​ໄດ້​ດັ່ງກ່າວ. ​ເມື່ອ​ເອກະສານ​ສະບັບນີ້​ໄດ້​ຮັບ​ການກະ​ກຽມ​​ ແລະ ​ໄດ້ຮັບການເຫັນ​ດີ​​ເປັນ​ເອກະ​ພາບລະ​ຫວ່າງ EU ​ແລະ ຫວຽດນາມ​ ນັ້ນ, ບັນດາ​ການ​ເຈລະຈາ FTA  ຈະ​ໄດ້​ຮັບ​ການ​ເລີ່​ມຕົ້ນ​​ຢ່າງ​ເປັນ​ທາງ​ການ.
ຂ່າວ/ບົດ​ອື່ນ