EU ແມ່ນ​ຕະຫຼາດບໍລິໂພກ​ກາ​ເຟຫຼາຍ​ທີ່​ສຸດ​ ຂອງ ຫວຽດ​ນາມ

(VOVWORLD) - ປັດຈຸບັນ ຫວຽດນາມ ໄດ້ລື່ນກາຍຫຼາຍປະເທດສົ່ງອອກແຖວໜ້າຄື: ອິນເດຍ, ສະວິດ, ບຣາຊິນ... ເພື່ອກາຍເປັນຜູ້ສະໜອງກາເຟປຸງແຕ່ງແຖວໜ້າ ໃຫ້ແກ່ EU ຖັດຈາກຕະຫຼາດ ອັງກິດ. 
EU ແມ່ນ​ຕະຫຼາດບໍລິໂພກ​ກາ​ເຟຫຼາຍ​ທີ່​ສຸດ​ ຂອງ ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ຕາມຕົວເລກຫຼ້າສຸດຂອງກົມໃຫຍ່ພາສີ, ສະຫະພາບເອີລົບ (EU) ແມ່ນຕະຫຼາດບໍລິໂພກກາເຟຫຼາຍທີ່ສຸດ ຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2024, ກວມເອົາເກືອບ 40% ອັດຕາສ່ວນກວມການສົ່ງອອກດ້ວຍປະລິມານບັນລຸກ່ວາ 353.000 ໂຕນ ແລະ ວົງເງິນກ່ວາ 1,2 ຕື້ USD.

ປັດຈຸບັນ ຫວຽດນາມ ໄດ້ລື່ນກາຍຫຼາຍປະເທດສົ່ງອອກແຖວໜ້າຄື: ອິນເດຍ, ສະວິດ, ບຣາຊິນ... ເພື່ອກາຍເປັນຜູ້ສະໜອງກາເຟປຸງແຕ່ງແຖວໜ້າ ໃຫ້ແກ່ EU ຖັດຈາກຕະຫຼາດ ອັງກິດ. ວົງເງິນການສົ່ງອອກຜະລິດຕະພັນຈາກກາເຟ ຂອງ ຫວຽດນາມ ເຂົ້າ EU ໃນ 5 ເດືອນຕົ້ນປີ ໄດ້ເພີ່ມຂຶ້ນເຖິງ 86% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ເພີ່ມຂຶ້ນເຖິງ 64,5 ລ້ານ EUR.

ຕອບກັບ

ຂ່າວ/ບົດ​ອື່ນ