EUກຳນົດເວລາເພື່ອໃຫ້ເກຼັກຍື່ນສະເຫນີບັນຊີລາຍຊື່ປະຕິຮູບ

EUກຳນົດເວລາເພື່ອໃຫ້ເກຼັກຍື່ນສະເຫນີບັນຊີລາຍຊື່ປະຕິຮູບ - ảnh 1
ພາບ​ປະ​ກອບ:internet

(vovworld)-​​​​​ວັນ​ທີ 12/4, ສະ​ຫະ​ພາບ​ເອີ​ລົບ EU ສະ​ເຫນີ ເກຼັກ ຮອດ​ວັນ​ທີ 20/4 ຈະ​ມາ​ເຖິງ ຕ້ອງ​ຍື່ນ​ສະ​ເຫນີ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ການ​ປ​ະ​ຕິ​ຮູບ​ຂອງ​ປະ​ເທດນີ້. ຖ້າ​ຫາກ​ບັນ​ຊີ​ລາຍ​ຊື່ນີ້​ໄດ້​ຮັບ​ການ​ຮັບ​ຮູ້, Athens ຈະ​ໄດ້​ປ່ອຍ​ເງິນ​ສ່ວນ​ຫນູນ​ຊ່ວຍ​ສຸດ​ທ້າຍ​ໃນ​ໂຄງ​ການ​ຫນູນ​ຊ່ວຍ​ດ້ວຍ​ຈຳ​ນວນ​ເງິນ​ຫລາຍ​ຕື້ ເອີ​ໂຣ ຊື່ງ EU ແລະ ກອງ​ທຶນ​ເງິນ​ຕາ​ສາ​ກົນ ໄດ້​ເຫັນ​ດີ​ສະ​ຫງວນ​ໃຫ້​ແກ່ ເກຼັກ. ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ນັກ​ເຈ​ລະ​ຈາ ເກຼັກ ແລະ EU ໄດ້​ຊອກ​ຫາ​ວິ​ທີ​ເພື່ອ​ແກ້​ໄຂ​ສະ​ພາບ​ຈົນ​ຕະ​ແຈ​ເພື່ອ​ປ່ອຍ​ເງິນ​ 7,2 ຕື້ ເອີ​ໂຣ ສ່ວນ​ຫຍັງ​ເຫລືອໃຫ້​ແກ່​ເກຼັກ  ໃນ​ໂຄງ​ການ​ຫນູນ​ຊ່ວຍ 240 ຕື້ ເອີ​ໂຣ.

 

ຂ່າວ/ບົດ​ອື່ນ