EUເຫັນດີດຳເນີນກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບວິກິດການຊາວອົບພະຍົບຕື່ມອີກຄັ້ງຫນຶ່ງ

EUເຫັນດີດຳເນີນກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບວິກິດການຊາວອົບພະຍົບຕື່ມອີກຄັ້ງຫນຶ່ງ - ảnh 1
ພາບ​ປະ​ກອບ

(vovworld)-  ​ວັນ​ທີ 15/9, ສະ​ຫະ​ພາບ ເອີ​ລົບ (EU) ໃຫ້​ຮູ້​ວ່າ: ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຂອງ EU ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ດ່ວນ ກ່ຽວ​ກັບ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ໃນ​ວັນ​ທີ 22/9 ຈະ​ມາ​ເຖິງ ພາຍ​ຫລັງ​ບໍ່​ບັນ​ລຸ​ໄດ້​ຂ​ໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຈັດ​ແບ່ງ ຊາວ​ອົບ​ພະ​ຍົບ 120.000 ຄົນໃນ​ຕົ້ນ​ອາ​ທິດ​ຜ່ານ​ມາ. ຄະ​ນະ​ກຳ​ມະ​ການ ເອີ​ລົບ EC ຈະ​ສະ​ຫນອງ​ໃຫ້​ບັນ​ດາ​ລັດ​ຖະ​ບານ ສະ​ມາ​ຊິກ ຈຳ​ນວນ​ເງິນ 6000 ເອີ​ໂຣ ເທົ່າ​ກັບ 6.800 USD ໃຫ້​ຊາວ​ອົບ​ພະ​ຍົບ​ແຕ່​ລະ​ຄົນ​ທີ່​ໄດ້​​ຮັບເຂົ້າ​ເມືອງ ແລະ 500 ເອີ​ໂຣ ລາຍ​ຈ່າຍ​ໃຫ້​ປະ​ເທດທຳ​ອິດ​ຊື່ງ​ຊາວ​ອົບ​ພະ​ຍົບ​ໄປ​ເຖິງ​.

ກ່ອນ​ຫນ້ານັ້ນ, ວັນ​ທີ 15/9, ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ປະ​ທານ​ສະ​ພາ ເອີ​ລົບ Donald Tusk ເຢຍ​ລະ​ມັນ ແລະ ອົດ​ຕະ​ລິດ ໄດ້​ຮຽກ​ຮ້ອງ EU ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ເພື່ອ​ແກ້​ໄຂວິ​ກີດ​ການ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ