EVFTA ຊຸກຍູ້ການພົວພັນຄູ່ຮ່ວມມືເສດຖະກິດຫວຽດນາມ-ຝລັ່ງ

(VOVWORLD) -ສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ແມ່ນສານຢ່າງແຮງ ແລະ ຈະແຈ້ງຂອງທັງ 2 ຝ່າຍຄູ່ຮ່ວມມື, ສະແດງໃຫ້ເຫັນຄວາມສະໜິດຕິດພັນກັບລັດທິຫຼາຍຝ່າຍ ແລະ ການພັດທະນາ.
EVFTA ຊຸກຍູ້ການພົວພັນຄູ່ຮ່ວມມືເສດຖະກິດຫວຽດນາມ-ຝລັ່ງ - ảnh 1(ພາບປະກອບ: TTXVN)

ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຝລັ່ງ ຫງວຽນທ້ຽບ ໃນບົດກ່າວປາໄສໄຂກອງປະຊຸມສຳມະນາກ່ຽວກັບການເພີ່ມທະວີ ການພົວພັນຄູ່ຮ່ວມມືເສດຖະກິດຫວຽດນາມ - ຝລັ່ງ ຜ່ານ EVFTA, ວັນທີ 21 ທັນວາ ຢູ່ປາຣີ.

        ຕາມທ່ານນາງ Catherine Deroche, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຝລັ່ງ - ຫວຽດນາມ ຢູສະພາສູງແລ້ວ, ພາຍຫຼັງໄດ້ຮັບການຮັບປະກັນຂອງລັດຖະສະພາເອີລົບ, EVFTA ຈະໄດ້ໃຫ້ສັດຕະຍາບັນ ແລະ ນຳເຂົ້າປະຕິບັດໃນກາງປີ 2019. ສັນຍາດັ່ງກ່າວໄດ້ສ້າງກາລະໂອກາດຫຼາຍຢ່າງໃຫ້ທັງ 2 ປະເທດຝລັ່ງ ແລະ ຫວຽດນາມ ພັດທະນາໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ພ້ອມທັງໄດ້ສົ່ງສານຂອງຝລັ່ງ ທີ່ວ່າ ພ້ອມແລ້ວທີ່ຈະຮ່ວມມືກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງແມ່ນພາກພື້ນມີລະດັບການເຕີບໂຕດ້ານເສດຖະກິດແຖວໜ້າຂອງໂລກ ແລະ ພວມຊອກຫາບັນດາຄູ່ຮ່ວມມືໃໝ່. ທ່ານນາງ Deroche ເນັ້ນໜັກວ່າ, ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝລັ່ງ - ຫວຽດນາມ ຢູ່ສະພາສູງ ຈະມານະພະຍາຍາມຂົນຂວາຍເພື່ອໃຫ້ EVFTA ໄດ້ຮັບການໃຫ້ສັດຕະຍາບັນໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ