EVN ຮັບນາມມະຍົດກຳລັງວິລະຊົນແຮງງານໄລຍະປ່ຽນແປງໃໝ່

(VOVWORLD) - ມາຮອດປະຈຸບັນ, ລະບົບໄຟຟ້າຫວຽດນາມ ມີຂອບຂາດຢືນອັນດັບທີ 2 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຢືນອັນດັບທີ 23 ໃນໂລກ
EVN ຮັບນາມມະຍົດກຳລັງວິລະຊົນແຮງງານໄລຍະປ່ຽນແປງໃໝ່ - ảnh 1

ຕອນເຊົ້າວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ກຸ່ມບໍລິສັດໄຟຟ້າຫວຽດນາມ ໄດ້ຈັດພິທີຮັບນາມມະຍົດວິລະຊົນແຮງງານໄລຍະປ່ຽນແປງໃໝ່ ແລະ ສະເຫຼີມສະຫຼອງວັນມູນເຊື້ອຂະແໜງໄຟຟ້າຫວຽດນາມ ຄົບຮອບ 66 ປີ (21 ທັນວາ 1954 – 21 ທັນວາ 2020).

        ໃນໄລຍະ 66 ປີຜ່ານມາ, ຂະແໜງໄຟຟ້າຫວຽດນາມ ໄດ້ມີການພັດທະນາຢ່າງກະໂດດຂັ້ນ. ມາຮອດປະຈຸບັນ, ລະບົບໄຟຟ້າຫວຽດນາມ ມີຂອບຂາດຢືນອັນດັບທີ 2 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຢືນອັນດັບທີ 23 ໃນໂລກ ດ້ວຍກຳລັງການຜະລິດກວ່າ 61 ເມກາວັດ ແລະ ລະບົບຕາໜ່າງໄຟຟ້າໄດ້ສົ່ງເຖິງທົ່ວທຸກແຫ່ງຂອງປະເທດຊາດ, ຮັບປະກັນການສະໜອງໄຟຟ້າຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ, ເນັ້ນໜັກວ່າ:

        “ການລົງທຶນພັດທະນາແຫຼ່ງໄຟຟ້າ ແລະ ຕາໜ່າງໄຟຟ້າຄົບຊຸດຕາມການວາງແຜນ ແລະ ມີແຜນການທີ່ໄດ້ອະນຸມັດຜ່ານ, ໃນນັ້ນ ກ່ອນອື່ນໝົດແມ່ນຕ້ອງເປັນເຈົ້າການເຂົ້າຮ່ວມພ້ອມກັບກະຊວງອຸດສາຫະກຳການຄ້າ ເພື່ອຍູ້ໄວຄວາມຄືບໜ້າສ້າງແຜນຜັງໄຟຟ້າ 8 ໄລຍະ 2030 ແລະ ວິໄສທັດຮອດປີ 2050. ຄົ້ນຄວ້າປ່ຽນໃໝ່ເຕັກໂນໂລຊີຂອງບັນດາໂຮງງານໄຟຟ້າທີ່ພວມເຄື່ອນໄຫວ, ຮັບປະກັນການຕອບສະໜອງກ່ຽວກັບສິ່ງແວດລ້ອມ, ຫັນບັນດາຮູບແບບການພັດທະນາໄຟຟ້າເປັນຫຼາຍຮູບຫຼາຍແບບ, ໃຫ້ບຸລິມະສິດພັດທະນາບັນດາແຫຼ່ງພະລັງງານສະອາດ, ພະລັງງານຜະລິດຄືນໃໝ່ດ້ວຍອັດຕາທີ່ເໝາະສົມ”.

        ໂດຍຕາງໜ້າໃຫ້ແກ່ພັກ, ລັດ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ມອບນາມມະຍົດວິລະຊົນແຮງງານ ໄລຍະປ່ຽນແປງໃໝ່ໃຫ້ແກ່ກຸ່ມບໍລິສັດໄຟຟ້າຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ