FAO ຮັບຮູ້ ຫວຽດນາມ ກ່ຽວກັບຜົນງານພົ້ນເດັ່ນໃນການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມ ທຸກຍາກ
ທ່ານນາງຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫງວຽນທິຊວນທູ ຕາງໜ້າໃຫ້ ຫວຽດນາມ ຮັບໃບເຊີດຊູໂດຍຜູ້ອຳນວຍການໃຫຍ່ FAO ມອບໃຫ້
(ພາບ: Ngự Bình/Vietnam+)
(vovworld) - ວັນທີ 16/6, ຢູ່ ອີຕາລີ, ອົງການອາຫານ ແລະ ການກະເສດສະຫະປະຊາຊາດ (ຫຼື FAO) ໄດ້ຈັດຕັ້ງເຫດການພິເສດ “ຮັບຮູ້ຜົນງານພົ້ນເດັ່ນໃນການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ” ໃຫ້ແກ່ 38 ປະເທດໃນໂລກ, ໃນນັ້ນມີ ຫວຽດນາມ. ໃນຈຳນວນ 38 ປະເທດທີ່ມີຜົນງານພົ້ນເດັ່ນກ່ຽວກັບການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຫວຽດນາມ ນອນໃນກຸ່ມ 18 ປະເທດໄດ້ຮັບໃບຍ້ອງຍໍຢັ້ງຢືນການບັນລຸເປົ້າໝາຍພັດທະນາສະຫັດສະຫວັດ 1 (MDG1), ຫລຸດຜ່ອນຈຳນວນຜູ້ຖືກອຶດຫິວລົງເຄິ່ງໜຶ່ງ ໃນປີ 2015, ກໍ່ຄືຈຸດໝາຍຄ້າຍຄືກັນ ແຕ່ມີສ່ວນຫວັງຢາກໄດ້ຫຼາຍກ່ວາຊຶ່ງວາງອອກທີ່ກອງປະຊຸມສຸດຍອດທັນຍາຫານໂລກ (WFS) ປີ 1996. ທີ່ພິທີ, ຜູ້ອຳນວຍການໃຫຍ່ FAO ທ່ານ Jose Graziano da Silva ໄດ້ຮັບຮູ້ຜົນງານ ແລະ ມອບໃບຍ້ອງຍໍຢັ້ງຢືນໃຫ້ຜູ້ຕາງໜ້າຂອງ 38 ປະເທດດັ່ງກ່າວໃນການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ. ທ່ານນາງຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫງວຽນທິຊວນທູ ຕາງໜ້າໃຫ້ ຫວຽດນາມ ຮັບໃບເຊີດຊູໂດຍຜູ້ອຳນວຍການໃຫຍ່ FAO ມອບໃຫ້. ກ່າວຄຳເຫັນນະພິທີ, ທ່ານນາງຮອງລັດຖະມົນຕີ ຫງວຽນທິຊວນທູ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກໄດ້ຮັບການສະໜັບສະໜູນ ແລະ ໜູນຊ່ວຍດ້ານເຕັກນິກຈາກ FAO ແລະ ປະຊາຄົມໂລກ ຫຼາຍກ່ວາອີກ ເພື່ອຮັກສາ ແລະ ສືບຕໍ່ພັດທະນາກະສິກຳແບບຍືນຍົງ, ເຕີບໂຕຂຽວ ແລະ ເພື່ອບົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.