ການສະແດງ ສິລະປະ ໃນ Festival
(ພາບ: dddn.com.vn)
(vovworld) - Festival ກໍ່ຮ່າງສ້າງຕົວປີ 2013 ດຳເນີນໄປໃນຕອນເຊົ້າວັນທີ 12/1 ຢູ່ ຮ່າໂນ້ຍ. ນີ້ແມ່ນລາຍການສັງລວມ ດ້ວຍການເຄື່ອນໄຫວຕ່າງໆຄື: ໃຫ້ຄຳປຶກສາ, ບຳລຸງສ້າງ, ສະໜອງຂໍ້ມູນຂ່າວ, ໜູນຊ່ວຍຊອກຫາວຽກເຮັດງານທຳ ແລະ ສຳພັດກັບແຫຼ່ງທຶນ ກໍ່ຄືນັກລົງທຶນ… ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາເພື່ອນໜຸ່ມຫັນຄວາມໄຝ່ຝັນຂອງຕົນປະກົດຜົນເປັນຈິງ. 11 ໂຄງການດີເດັ່ນຂອງ Festival ກໍ່ຮ່າງສ້າງຕົວປີ 2012 ຖືກຄັດເລືອກຈາກ 93 ໂຄງການໄດ້ຮັບລາງວັນ. ນັກສຶກສາ ຫງວຽນທິທູຮ່ຽນ, ສະມາຊິກກຸ່ມໂຄງການກໍ່ຮ່າງສ້າງຕົວ V – Tour, ມະຫາວິທະຍາໄລການຄ້າຕ່າງປະເທດ ຮ່າໂນ້ຍ, ເຊິ່ງແມ່ນໜຶ່ງໃນບັນດາໂຄງການໄດ້ຮັບລາງວັນ, ແບ່ງປັນວ່າ:
”ໄດ້ຮັບລາງວັນກໍ່ຮ່າງສ້າງຕົວທົ່ວປະເທດໃນຄັ້ງນີ້, ພວກຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ສຸດ, ຍ້ອນບັນລຸໄດ້ຜົນງານ ເຊິ່ງທຸກຄົນໃນກຸມໄດ້ມານະພະຍາຍາມເຮັດ. ຂ້າພະເຈົ້າປາຖະໜາຢາກຮຽກຮ້ອງການລົງທຶນ, ເພື່ອໃຫ້ແນວຄວາມຄິດຂອງພວກຂ້າພະເຈົ້າປະກົດຜົນເປັນຈິງ, ແນໃສ່ປະກອບສ່ວນອະນຸລັກຮັກສາວັດທະນະທຳ, ພັດທະນາການທ່ອງທ່ຽວ ແລະ ປະກອບສ່ວນສ້າງສາປະເທດຊາດໃຫ້ດີງາມກວ່າເກົ່າ.”