G7 ຮຽກ​ຮ້ອງ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຫຼີກ​ລ້ຽງ​ການ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ເພີ່ມ​ຂຶ້ນ

(VOVWORLD) - ອີຕາລີ ປະເທດພວມຮັບດຳລົງຕຳແໜ່ງປະທານໝູນວຽນຂອງ G7 ຊີ້ແຈ້ງວ່າ G7 ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ບໍ່ເຮັດທຸກການກະທຳທີ່ ອາດຈະກີດຂວາງວິວັດການເຈລະຈາ ແລະ ສັນຕິພາບ ກໍ່ຄືເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ.
G7 ຮຽກ​ຮ້ອງ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຫຼີກ​ລ້ຽງ​ການ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ເພີ່ມ​ຂຶ້ນ - ảnh 1ກອງປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດ G7 (ພາບ: AFP/TTXVN)

ວັນທີ 4 ສິງຫາ, ບັນດາລັດຖະມົນຕີການຕ່າງປະເທດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງເຖິງວິກິດການຢູ່ ພາກພື້ນຕາເວັນອອກກາງ ໃນປັດຈຸບັນຈົ່ງລະຫງັບໃຈບໍ່ວ່າບາດກ້າວໃດເຊິ່ງອາດຈະເຮັດໃຫ້ການປະທະກັນເພີ່ມຂຶ້ນກ່ວາອີກ. ໃນຖະແຫຼງການສະບັບໜຶ່ງ, ອີຕາລີ ປະເທດພວມຮັບດຳລົງຕຳແໜ່ງປະທານໝູນວຽນຂອງ G7 ຊີ້ແຈ້ງວ່າ G7 ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ບໍ່ເຮັດທຸກການກະທຳທີ່ ອາດຈະກີດຂວາງວິວັດການເຈລະຈາ ແລະ ສັນຕິພາບ ກໍ່ຄືເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ.

ຕາມທ່ານ Antonio Tajani ລັດຖະມົນຕີການຕ່າງປະເທດ ອີຕາລີແລ້ວ, ພາຍຫຼັງການປຶກສາຫາລືກ່ຽວກັບການຜັນແປຫວ່າງແລ້ວນີ້ໃນກອງປະຊຸມທາງໄກ, ລັດຖະມົນຕີການຕ່າງປະເທດບັນດາປະເທດ G7 ສະແດງຄວາມວິຕົກກັງວົນຢ່າງແຮງ ກ່ຽວກັບບັນດາເຫດການທີ່ເກີດຂຶ້ນວ່າງແລ້ວນີ້ ເຊິ່ງມີຄວາມສ່ຽງພາໄປເຖິງ ວິກິດການແຜ່ລາມໃນທົ່ວພາກພື້ນ, ເລີ່ມແຕ່ລີບັງ”. ຖະແຫຼງການຂອງບັນດາລັດຖະມົນຕີການຕ່າງປະເທດ G7 ກໍ່ຮຽກຮ້ອງໃຫ້ບັນດາຝ່າຍຕ້ອງບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ ເຂດກາຊາ ແລະ ປ່ອຍບັນດາຕົວປະກັນຢູ່ນັ້ນໃຫ້ເປັນອິດສະຫຼະ, ກໍ່ຄືຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ບັນດາປະເທດ G7 ກ່ຽວກັບການເພີ່ມທະວີການໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ປະຊາຊົນຢູ່ເຂດຜືນແຜ່ນດິນຂອງ ປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ