ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ ໄຂ​ສົກ​ຮຽນ​ໃໝ່ 2024 – 2025

(VOVWORLD) -  ທ່ານນາງ ສີວັນເຮືອງ ເພັງຄຳໄມ, ຜູ້ອຳນວຍການໂຮງຮຽນ ໃຫ້ຮູ້ວ່າ ສົກຮຽນ 2024 – 2025 ຈະມີສິ່ງທ້າທາຍຫຼາຍຢ່າງ ແຕ່ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ສອນດີ - ຮຽນເກັ່ງຂອງໂຮງຮຽນ.
ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ ໄຂ​ສົກ​ຮຽນ​ໃໝ່ 2024 – 2025 - ảnh 1ພິທີເປີດສົກຮຽນ 2024 - 2025 ຂອງໂຮງຮຽນສອງພາກສາ ລາວ - ຫວຽດນາມ ຫງວຽນຢູ (ພາບ: VOV )

ຕອນເຊົ້າວັນທີ 11 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ ລາວ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ໄຂສົກຮຽນໃໝ່ 2024 – 2025. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ສີວັນເຮືອງ ເພັງຄຳໄມ, ຜູ້ອຳນວຍການໂຮງຮຽນ ໃຫ້ຮູ້ວ່າ ສົກຮຽນ 2024 – 2025 ຈະມີສິ່ງທ້າທາຍຫຼາຍຢ່າງ ແຕ່ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ສອນດີ - ຮຽນເກັ່ງຂອງໂຮງຮຽນ, ສູ້ຊົນບັນລຸເປົ້າໝາຍໃຫ້ແກ່ສົກຮຽນໃໝ່ ເພື່ອໃຫ້ຜູ້ປົກຄອງນັກຮຽນຍາມໃດກໍ່ອຸ່ນອ່ຽນໃຈ, ມີໝັ້ນໃຈວ່າ ລູກຂອງຕົນໄດ້ຮັບການສິດສອນໃນສະພາບແວດລ້ອມແຫ່ງການສຶກສາທີ່ດີ, ປອດໄພ ແລະ ມີຄຸນນະພາບ.

ທີ່ພິທີໄຂ, ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ, ກະຊວງສຶກສາ ແລະ ກິລາ ລາວ ໄດ້ສະເໜີໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ນອກຈາກໜ້າທີ່ ແລະ ພັນທະສິດສອນໃຫ້ແກ່ນັກຮຽນຂອງໂຮງຮຽນ ບໍ່ພຽງແຕ່ເກັ່ງພາສາຫວຽດ ແລ້ວ ແມ່ນຍັງຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການພົວພັນແບບພິເສດລະຫວ່າງສອງຊາດ ລາວ - ຫວຽດນາມ ອ້າຍນ້ອງ, ຈາກນັ້ນ ກໍ່ສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນ ລາວ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ