GDP ສະເລ່ຍໃສ່ຫົວຄົນ ຫວຽດນາມ ເຕີບໂຕດ້ວຍຕົວເລກປະທັບໃຈໃນຮອບເວລາ 15 ປີຜ່ານມາ

(VOVWORLD) -   ຕາມຜູ້ຂຽນແລ້ວ, ໃນໄລຍະ 2006 – 2021, GDP ສະເລ່ຍໃສ່ຫົວຄົນຂອງ ຫວຽດນາມ ຕາມອັດຕາແລກປ່ຽນສະກຸນເງິນ USD ປະຈຸບັນໄດ້ເພີ່ມຂຶ້ນ 371% (ເພີ່ມຂຶ້ນເກືອບ 5 ເທົາ).
GDP ສະເລ່ຍໃສ່ຫົວຄົນ ຫວຽດນາມ ເຕີບໂຕດ້ວຍຕົວເລກປະທັບໃຈໃນຮອບເວລາ 15 ປີຜ່ານມາ - ảnh 1ພາບປະກອບ

“GDP ສະເລ່ຍໃສ່ຫົວຄົນຂອງ ຫວຽດນາມ ມີການເຕີບໂຕດ້ວຍຕົວເລກປະທັບໃຈທີ່ສຸດເມື່ອທຽບໃສ່ທຸກໆປະເທດໃນໂລກ. ທ່າອ່ຽງນີ້ໄດ້ສ່ອງແສງລັກສະນະຂະຫຍັນຂັນເຄື່ອນຂອງພື້ນຖານເສດຖະກິດ ຫວຽດນາມ ແລະ ການພັດທະນາບຸກທະລຸຂອງປະເທດນີ້ໃນຊຸມປີຜ່ານມາ”. ບົດຂຽນທີ່ລົງໃນແວບໄຊ forbes.com (ອາເມລິກາ) ໃນວັນທີ 23 ພະຈິກ ໄດ້ເນັ້ນໜັກຄືດັ່ງກ່າວ.

          ຕາມຜູ້ຂຽນແລ້ວ, ໃນໄລຍະ 2006 – 2021, GDP ສະເລ່ຍໃສ່ຫົວຄົນຂອງ ຫວຽດນາມ ຕາມອັດຕາແລກປ່ຽນສະກຸນເງິນ USD ປະຈຸບັນໄດ້ເພີ່ມຂຶ້ນ 371% (ເພີ່ມຂຶ້ນເກືອບ 5 ເທົາ). ປີ 2006, GDP ສະເລ່ຍໃສ່ຫົວຄົນຂອງ ຫວຽດນາມ ແມ່ນ 780 ກ່ວາ USD/ຄົນ; ປີ 2021 ແມ່ນເກືອບ 3.700 USD/ຄົນ. ນີ້ແມ່ນລະດັບເຕີບໂຕປະທັບໃຈ.

          ຕາມ OEC ແລ້ວ, ໃນຮອບເວລາ 20 ປີຜ່ານມາ, ລະດັບຂອງ ຫວຽດນາມ ໃນຕາຕະລາງຈັດອັນດັບດັດຊະນີປະສົມດ້ານເສດຖະກິດ (ECI), ເຊິ່ງເປັນໄມ້ວັດແທກສັງລວມກ່ຽວກັບຄວາມສາມາດຜະລິດຂອງນະຄອນ, ພາກພື້ນ ຫຼື ປະເທດໃດໜຶ່ງ, ກໍ່ເລື່ອນຈາກອັນດັບທີ 83 ຂຶ້ນເປັນອັນດັບທີ 61 ໃນໂລກ.

          ທ່າອ່ຽງເຕີບໂຕປະທັບໃຈ GDP ສະເລ່ຍໃສ່ຫົວຄົນຂອງ ຫວຽດນາມ ໄດ້ສ່ອງແສງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນຂອງພື້ນຖານເສດຖະກິດ ແລະ ການພັດທະນາຢ່າງກ້າວກະໂດດຂັ້ນຂອງ ຫວຽດນາມ ໃນຊຸມປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ