IAEA: ບາງມາດຕະການໄດ້ປະຕິບັດເພື່ອຮັກສາສະພາບການຢູ່ໂຮງງານໄຟຟ້ານິວເຄຼຍ Zaporizhzhia ໃຫ້ເປັນປົກກະຕິ

(VOVWORLD) - ເລື່ອງ ລັດເຊຍ ພ້ອມກັບ ຢູແກຼນ ລົງນາມໃນເອກະສານກ່ຽວກັບການຮັບປະກັນຄວາມໝັ້ນຄົງຂອງໂຮງງານແມ່ນ “ບໍ່ມີຄວາມຈິງ” ໃນສະພາບທີ່ການປະທະກັນຍັງສືບຕໍ່ເກີດຂຶ້ນ.
IAEA: ບາງມາດຕະການໄດ້ປະຕິບັດເພື່ອຮັກສາສະພາບການຢູ່ໂຮງງານໄຟຟ້ານິວເຄຼຍ Zaporizhzhia ໃຫ້ເປັນປົກກະຕິ - ảnh 1ທ່ານຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) Rafael Grossi
ພາບ: AFP/TTXVN

        ວັນທີ 15 ມິຖຸນາ, ທ່ານຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) Rafael Grossi, ໃຫ້ຮູ້ວ່າ ມີບາງມາດຕະການໄດ້ປະຕິບັດເພື່ອຮັກສາສະພາບການຢູ່ໂຮງງານໄຟຟ້ານິວເຄຼຍ Zaporizhzhia ຢູ່ ຢູແກຼນ ໃຫ້ເປັນປົກກະຕິ, ປະຈຸບັນໂດຍ ລັດເຊຍ ພວມຄວບຄຸມ.

        ກ່າວຄຳເຫັນທີ່ການຢ້ຽມຢາມໂຮງງານໄຟຟ້ານິວເຄຼຍ Zaporizhzhia, ທ່ານ Rafael Grossi ໃຫ້ຮູ້ວ່າ ບັນດາພາລະກອນຂອງ IAEA ຈະຍັງຢູ່ໂຮງງານ. ທ່ານເນັ້ນໜັກວ່າ ເລື່ອງ ລັດເຊຍ ພ້ອມກັບ ຢູແກຼນ ລົງນາມໃນເອກະສານກ່ຽວກັບການຮັບປະກັນຄວາມໝັ້ນຄົງຂອງໂຮງງານແມ່ນ “ບໍ່ມີຄວາມຈິງ” ໃນສະພາບທີ່ການປະທະກັນຍັງສືບຕໍ່ເກີດຂຶ້ນ. ກ່ອນໜ້ານັ້ນ, ທ່ານ Rafael Grossi ໄດ້ໄປນະຄອນຫຼວງ ກີແອັບ ຂອງ ຢູແກຼນ, ພົບປະກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລະ ປຶກສາຫາລືບັນດາຄວາມສ່ຽງດ້ານຄວາມໝັ້ນຄົງສຳລັບໂຮງງານໄຟຟ້ານິວເຄຼຍ Zaporizhzhia. ທ່ານກໍ່ມີແຜນໄປຢ້ຽມຢາມ ລັດເຊຍ ໃນເວລາໄວໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ