Israel ປະກາດສືບຕໍ່ເປີດກ້ວາງ ເຂດຕັ້ງຖີ່ນຖານໂຄງທີ່ຢູ່ເຂດ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ

Israel ປະກາດສືບຕໍ່ເປີດກ້ວາງ ເຂດຕັ້ງຖີ່ນຖານໂຄງທີ່ຢູ່ເຂດ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ - ảnh 1
( ພາບປະກອບ )

( vovworld ) -   ​ວັນ​ທີ 2/7, ທ່ານ​ນາຍົກລັດຖະມົນຕີ Israel Benjamin Netanyahu ປະກາດ​ວ່າ ຈະ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ເປີດ​ກ້ວາງເຂດ​ຕັ້ງຖີ່​ນຖານ​ຄົງ​ທີ່ ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ. ທີ່​ການ​ປະຊຸມ​ກັບ​ຄະນະ​ກຳມະການ​ປ້ອງ​ກັນຊາ​ດ ​ແລະ ບັນດາ​ບັນຫາ​ການ​ຕ່າງປະ​ເທດ​ຂອງ  Israel, ທ່ານ Netanyahu ​ໃຫ້​ຄຳໝັ້ນສັນຍາ​ຈະ​ສືບຕໍ່ພັດທະນາ​ບັນດາ​ເຂດ​ມໍ່​ກັບ Jeruxalem ກ້າວ​ເຂົ້າສູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ ​ແລະ ຮ່ອມ​ພູ​ຈໍ​ແດນ. ສ່ວນ​ຝ່າຍ Palestin, 1 ​ໃນ​ບັນດາ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ເທດ​ນີ້ກັບ​ຄືນ​ສູ່​ການ​ເຈລະຈາ ນັ້ນ​ແມ່ນ, Israel ຕ້ອງ​ຢຸດຕິ​ບັນດາການ​ເຄື່ອນ​ໄຫວ​ເປີດ​ກ້ວາງເຂດ​ຕັ້ງຖີ່​ນຖານ​ຄົງ​ທີ່ ​ໃນ​ເຂດ​ດິນ​ຢຶດຄອງ​ຂອງ Palestin. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ  Israel ຖື​ວ່າ ບັນດາ​ການ​​ເຈລະຈາ​ຄວນ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່ ​​ໂດຍ​ບໍ່​ມີເງື່ອນ​ໄຂ​​ໃດໆ. ປະຊາ​ຄົມ​ໂລກ, ​ໃນ​ນັ້ນມີ​ອາ​ເມ​ລິ​ກາ ກໍ່​ໄດ້​ຄັດຄ້ານ​ເລ​ື່ອງ Israel  ເປີດ​ກ້ວາງເຂດ​ຕັ້ງຖີ່​ນຖານ​ຄົງ​ທີ່  ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ ​ແລະ Jeruxalem ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ