ISດຳເນີນການບຸກໂຈມຕີດ້ວຍເຄມີຢູ່ອີິຣັກ

ISດຳເນີນການບຸກໂຈມຕີດ້ວຍເຄມີຢູ່ອີິຣັກ - ảnh 1
ISດຳເນີນການບຸກໂຈມຕີດ້ວຍເຄມີຢູ່ອີິຣັກ
(ພາບ: AFP)


(vovworld) –​ ​ວັນ​ທີ 12/03, ວົງ​ການ​ເຈົ້າ​ໜ້າ​ທີ່​ອີ​ຣັກ ໃຫ​້​ຮູ້​ວ່າ, ພວ​ກ​ກະ​ບົດ​ຂຶ້ນ​ກັບ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອ​ງ ໄດ້​ດຳ​ເນີນ​ການ​ບຸ​ກ​ໂຈມ​ຕີ​ດ້ວຍ​ເຄ​ມີ 2 ຄັ້ງ ຢູ່​ມໍ່​ກັບ​ນະ​ຄອນ Kirkuk, ທາງ​ພາກ​ເ​ໜືອ​ອີ​ຣັກ, ເຮັດ​ໃຫ້​ເດັກ​ຍິງ​ຄົນ​ໜຶ່ງ​ເສຍ​ຊີ​ວິດ ແລະ ປະ​ມານ 600 ຄົນ​ຮັບ​ບ​າດ​ເຈັບ. ເຫດ​ບຸກ​ໂຈມ​ຕີ​​ຫຼ້າ​ສຸດ​ຖືກ​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/03, ຢູ່​ເທດ​ສະ​ບານ Taza, ຫ່າງ​ຈາກ​ທາງ​ທິດ​ເໜືອນະ​ຄອນ​ຫຼວງ ແບກ​ແດດ 220 ກ.ມ​. ເທດ​ສະ​ບານນີ້​ກໍ​ຍັງ​ຖືກ​ ບັນ​ດາລູກ​ຈະ​ຫຼວດ​ມີ​ທາ​ດ​ເຄ​ມີ​ຍິງ​ໃສ່ 3 ວັນ​ກ່ອນນັ້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ Haider Al Abadi ຖະ​ແຫຼງວ່າ, IS ຈະ​​ຖືກ​ໂຕ້​ຕອບຍອນ​ໃຫ້​ເຫດ​ບຸກ​ໂຈມ​ຕີນີ້. ໃນ​ເດືອນ​ກ່ອນ, ເປັນ​ຄັ້ງ​ທຳ​ອິດ​ທີ່​ທ່ານຫົວ​ໜ້າ​ອົງ​ການ​​ສືບ​ລ​າ​ຊະ​ການ​ລັບ​ສູນ​ກາງ​ອາ​ເມ​ລິ​ກາ John Brennan ​ໄດ້​ກ່າວ​​ຫາ​ IS ນ​ຳ​ໃຊ້​ອາ​ວຸດ​ເຄ​ມີ​ຢູ່​ອີ​ຣັກ ແລະ ຊີ​ຣີ.

ຂ່າວ/ບົດ​ອື່ນ