ISຖະແຫຼງປະຕິບັດເຫດບຸກໂຈມຕີ2ຄັ້ງຢູ່ອີຣັກ

ISຖະແຫຼງປະຕິບັດເຫດບຸກໂຈມຕີ2ຄັ້ງຢູ່ອີຣັກ - ảnh 1
ISຖະແຫຼງປະຕິບັດເຫດບຸກໂຈມຕີ2ຄັ້ງຢູ່ອີຣັກ
(ພາບ​ປະ​ກອບ: AFP/TTXVN)


(vovworld) –​ ວັນ​ທີ 28/02, ກຳ​ລັງ​ລັດ​ອິດ​ສະ​ລາມ (IS) ອ​້າງ​ຊື່​ເອ​ງ, ​ຍອມ​ຮັບໄ​ດ້​ດຳ​ເນີນ​​ເຫດ​ວາງ​ລະ​ເບ​ີດ 2 ຄັ້ງ​ຢູ່​ນະ​ຄອນ​ຫຼວງ ແບກ​ແດດ, ໃນ​ວັນ​ດຽວ​ກັນ​ກ່ອນ​ນັ້ນ, ເຮັດ​ໃຫ້ 70 ຄົນ​ເສຍ​ຊີ​ວິດ ແລະ 100 ຄົນ​ຮັບ​ບາດ​ເຈັບ. ເຫດ​ວາງ​ລະ​ເບີດ 2 ຄັ້ງ​ນີ້​ຖ​ືກ​ດຳ​ເນີນ​ຢູ່​ເຂດ​ຕະ​ຫຼາດ​ມີ​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫຼວງຫຼາຍ, ຢູ່​ທາງ​ທິດຕາ​ເວັນ​ອອກ ແບກ​ແດດ. ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ແລ້ວ, ​ເຫດ​ວາງ​ລະ​ເບີ​ດ​ຄັ້ງ​ທຳ​ອິດ​ດ້ວຍ​ລົດ​ໂອ​ໂຕ ເພື່ອ​ແນ​ໃສ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລ​ະ ປະ​ຊາ​ຊົນ, ຫຼັງ​ຈາກນັ້ນ​ໄດ້​ດຳ​ເນີນ​​ເຫດ​ວາງ​ລະ​ເບີດ​ສະ​ຫຼະ​ຊ​ີບຄັ້ງ​ທີ 2 ເພື່ອ​ແນ​ໃສ່​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ກວ່າ.

ຂ່າວ/ບົດ​ອື່ນ