ISວາງສະເບີດສະຫຼະຊີບແນໃສ່ເຫດການກິລາເຮັດໃຫ້ຫາຍຄົນຮັບບາດເຈັບແລະເສຍຊີວິດ
(ພາບປະກອບ: Dailyreadlist)
(vovworld) - ວັນທີ 25/03, ຢ່າງໜ້ອຍສຸດມີ 30 ຄົນເສຍຊີວິດ ແລະ ກວ່າ 65 ຄົນຮັບບາດເຈັບໃນເຫດວາງລະເບີດສະຫຼະຊີບ ແນໃສ່ການແຂ່ງຂັນບານເຕະທີ່ຈັດຂຶ້ນຢູ່ບ້ານ Al Asria, ຫ່າງຈາກນະຄອນຫຼວງແບກແດດ ໄປທາງທິດໃຕ້ປະມານ 40 ກ.ມ. ຕຳຫຼວດໃຫ້ຮູ້ວ່າ, ເຫດບຸກໂຈມຕີໄດ້ເກີດຂຶ້ນໃນເວລາ 19 ໂມງ (ຕາມເວລາທ້ອງຖິ່ນ), ຂະນະທີ່ພວມດຳເນີນພິທີມອບຂັ້ນກິລາບານແຕະ. ພວກກໍ່ການຮ້າຍດຳເນີນການບຸກໂຈມຕີໄດ້ທຳລະເບີດແຕກຢູ່ທ່າມກາງກຸ່ມຄົນຢ່າງຫຼວງຫຼາຍ. ວົງການສາທາລະນະສຸກຢັ້ງຢືນວ່າ ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບ, ໃນນັ້ນມີທັງການນຳທ້ອງຖິ່ນ, ພ້ອມທັງກ່າວເຕືອນວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນ. ຫຼັງຈາກນັ້ນ, ກຸ່ມລັດອິດສະລາມ (IS) ອ້າງຊື່ເອງໄດ້ຍ້ອມຮັບແມ່ນຕົວການດຳເນີນເຫດບຸກໂຈມຕີດັ່ງກ່າວ.