(vovworld) - ພິທີອວຍພອນປີໃໝ່ ປີມະເມຍ 2014 ຖືກດຳເນີນໃນຕອນຄໍ່າວັນທີ 15/01, ນີ້ແມ່ນການເຄື່ອນໄຫວປະຈຳປີຂອງ LaoVietBank ເພື່ອມຸ່ງໄປສູ່ບຸນປີໃໝ່ປະຈຳຊາດ, ພ້ອມທັງແມ່ນໂອກາດຕອບບຸນແທນຄຸນລູກຄ້າທີ່ໄດ້ຮ່ວມເດີນທາງ, ຕິດພັນ ແລະ ສະນັບສະໜູນ LaoVietBank ໃນຕະຫຼອດ 1 ປີທີ່ຜ່ານມາ.
ການນຳ LaoVietBank ໄດ້ແຈ້ງໃຫ້ຊາບວ່າ ໃນປີ 2013, LaoVietBank ບັນລຸລະດັບເຕີບໂຕສູງໃນທຸກດ້ານ ດ້ວຍຍອດຊັບສິນຂອງທະນາຄານບັນລຸເກືອບ 550 ລ້ານ USD, ເພີ່ມຂຶ້ນ 68%, ລະດົມແຫຼ່ງທຶນໄດ້ກວ່າ 280 ລ້ານ USD, ເພີ່ມຂຶ້ນ 47%. ໃນປີ 2013, LaoVietBank ໄດ້ໜູນຊ່ວຍຄວາມຕ້ອງການທຶນໃຫ້ບັນດາໂຄງການລົງທຶນພັດທະນາເສດຖະກິດສັງຄົມຂອງລາວ ຢ່າງທັນການ, ໄດ້ກາຍເປັນ 1 ໃນຈຳນວນ 4 ທະນາຄານການຄ້າທີ່ມີຂອບຂະໜາດໃຫຍ່ກວ່າໝູ່ຢູ່ລາວ, ເຊິ່ງໄດ້ຮັບການຕີລາຄາສູງ ແລະ ເປັນແບບຢ່າງຂອງບັນດານັກລົງທຶນຫວຽດນາມ ຢູ່ລາວ. ທະນາຄານຈະເພີ່ມທຶນຈົດທະບຽນຂຶ້ນ 80 ລ້ານ USD ໃນປີ 2014 ແລະ ຂຶ້ນເຖິງ 100 ລ້ານ USD ໃນປີ 2015.