OPECຈະຮັກສາຍຸດທະສາດຮັກສາລາຄານຳມັນຢ່າງໝັ້ນຄົງ

OPECຈະຮັກສາຍຸດທະສາດຮັກສາລາຄານຳມັນຢ່າງໝັ້ນຄົງ - ảnh 1
(ພາບປະກອບ)

​(vovworld) - ບັນດາ​ເຈົ້າ​ໜ້າ​ທີ່​ສັງ​​ກັດອົງການ​ບັນດາ​ປະ​ເທດ​ສົ່ງ​ອອກ​ນ້ຳມັນ (OPEC) ຫາ​ກໍ່​ໃຫ້​ຮູ້​ວ່າ, ອົງການ​ດັ່ງກ່າວ​ຈະ​ຮັກສາ​ຍຸດ​ທະ​ສາ​ໃນ​ປະຈຸ​ບັນ ​ເພື່ອ​ແນ​ໃສ່​ຮັກສາ​ຄວາມ​ໝັ້ນຄົງ​ໃນ​ຕະຫຼາດ​ນ້ຳມັນ​ທົ່ວ​ໂລກ ​ໃນ​ປີ 2015, ກໍ່​ຄື​ຮັກສາ​ປະລິມານນ້ຳ​ມັນ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່ OPEC ຖື​ວ່າ, ຍາກ​ທີ່​ຈະ​ປ່ຽນ​ແປ່​ງຍຸດ​ທະ​ສາ​ດ​ໃນ​ປະຈຸ​ບັນ​ໄດ້ ຖ້າ​ບໍ່​ກໍ່​ຄວາມ​ດັນສຳລັບ​ລາຄາ​ນ້ຳມັນ​ໃນ 6 ​ເດືອນ​ທ້າຍ​ປີ 2015. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ນ້ຳມັນ​ອີ​ຮັກ Adel Abdul Mahdi ຢືນຢັນ​ວ່າ, OPEC ​ໄດ້​ປະສົບ​ຜົນສຳ​ເລັດ​ດ້ວຍ​ຍຸດ​ທະ​ສາດ​ຮັກສາ​ປະລິມານ ​ແລະ ຊອກ​ຫາ​ວິທີ​ຮັກສາ​ອັດ​ຕາ​ສ່ວນ​ຕະຫຼາ​ດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ, ​ແທນ​ທີ່​ພະຍາຍາມ​ເພີ່ມ​ລາຄາ​ຂຶ້ນ 100 USD ດ້ວຍ​ວິ​ທີຫຼຸດຜ່ອນ​ປະລິມານ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ນ້ຳມັນ ຊະ​ອຸ​ດີ ອາຣາ​ເບຍ ກໍ່​ມີ​ທັດສະນະ​ເຊັນ​ດຽວ​ກັນ ​​ໂດຍຖື​ວ່າ, ອີງ​ໃສ່ສະພາບ​​ຕົວ​ຈິງ, ຄວາມ​ຕ້ອງການ​ພວມ​ເພີ່ມ​ຂຶ້ນ ສ່ວນ​​ແຫຼ່ງສະໜອງ​ພວມ​ຊັກ​ຊ້າລົງ ​ແລະ ຕະຫຼາດ​ພວມ​ໝັ້ນຄົງຢູ່.

ຂ່າວ/ບົດ​ອື່ນ