Paralympic 2024: 3 ທີ່​ຕັ້ງນຳ​ໜ້າ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບຫຼຽນ​ບໍ່​ປ່ຽນ​ແປງ

(VOVWORLD) - ຄະນະນັກກິລາ ຈີນ ຢືນອັນດັບທີ 1 ດ້ວຍ 42 ຫຼຽນຄຳ.
Paralympic 2024: 3 ທີ່​ຕັ້ງນຳ​ໜ້າ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບຫຼຽນ​ບໍ່​ປ່ຽນ​ແປງ - ảnh 1

(ພາບ: THX/TTXVN )

      ຕາມຂ່າວອັບເດັດຫຼ້າສຸດໄລ່ຮອດເວລາ 22 ໂມງຂອງວັນທີ 2 ກັນຍາ ຕາມເວລາ ປາຣີ, ໃນຕາຕະລາງຈັດອັນດັບຫຼຽນ ທີ່ງານມະຫາກຳກິລາຄົນພິການ Paralympic Paris 2024 ຢູ່ ຝະລັ່ງ, ຄະນະນັກກິລາ ຈີນ ຍັງຮັກສາອັນດັບທີ 1 ດ້ວຍ 42 ຫຼຽນຄຳ, 29 ຫຼຽນເງິນ ແລະ 14 ຫຼຽນທອງ. ຖັດມາແມ່ນຄະນະນັກກິລາລາຈະອາຈາຈັດ ອັງກິດ ດ້ວຍ 29 ຫຼຽນຄຳ. ຄະນະນັກກິລາ ອາເມລິກາ ຮັກສາອັນດັບທີ 3 ດ້ວຍ 13 ຫຼຽນຄຳ.

   ຖັດຈາກນັ້ນແມ່ນບັນດາຄະນະນັກກິລາ ບຣາຊິນ ດ້ວຍ 12 ຫຼຽນຄຳ, ຝະລັ່ງ 10 ຫຼຽນຄຳ, ອົດສະຕາລີ 8 ຫຼຽນຄຳ, ອີຕາລີ 8 ຫຼຽນຄຳ, ໂຮນລັງ 7 ຫຼຽນຄຳ, ອູເຢີເບກິສະຖານ 6 ຫຼຽນຄຳ, ຢູແກຼນ 8 ຫຼຽນຄຳ.

ຕອບກັບ

ຂ່າວ/ບົດ​ອື່ນ