Standard Charter: ເສດຖະກິດຫວຽດນາມເຕີບໂຕໄວທີ່ສຸດໃນອາຊຽນ

(VOVWORLD) -ເສດຖະກິດຫຽດນາມ ຈະເຕີບໂຕໄວທີ່ສຸດຢູ່ອາຊຽນ ໃນປີ 2019, ດ້ວຍລະດັບເຕີບໂຕບັນລຸ 6,9% ແລະ ຈະຮັກສາລະດັບເຕີບໂຕນີ້ຮອດປີ 2021.

ນີ້ແມ່ນການຄາດຄະເນຄັ້ງຫຼ້າສຸດເຊິ່ງທະນາຄານ Standard Charter ໄດ້ຍົກອອກມາໃນການຄາດຄະເນເສດຖະກິດທົ່ວໂລກທ້າຍປີ 2019.

        ກ່ຽວຂ້ອງເຖິງສະພາບເສດຖະກິດຫວຽດນາມ, ຕາມຕົວເລກຂອງກົມຄຸ້ມຄອງເຂດເສດຖະກິດ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ທີ່ຫາກໍ່ປະກາດຫວ່າງມໍ່ໆມານີ້ິ້, ກະແສເງິນລົງທຶນຈາກຕ່າງປະເທດ (FDI) ລົງທຶນເຂົ້າບັນດາເຂດອຸດສາຫະກຳ, ເຂດເສດຖະກິດໃນປະຈຸບັນພວມມີບັນດາການຜັນແປຢ່າງຕັ້ງໜ້າທີ່ສຸດ. ຄາດວ່າ, ຈະມີທຶນ FDI ກວ່າ 10 ຕື້ USD ທີ່ລົງທຶນຢູ່ບັນດາເຂດອຸດສາຫະກຳ, ເຂດເສດຖະກິດໃນ 9 ເດືອນຕົ້ນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ