Tunisiaຕໍ່ກຳນົດເວລາໃຫ້ຄຳສັ່ງປະກາດສະພາວະສຸກເສີນ

Tunisiaຕໍ່ກຳນົດເວລາໃຫ້ຄຳສັ່ງປະກາດສະພາວະສຸກເສີນ - ảnh 1
ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ເມື່ອ​ວັນ​ທີ 24/11
(ພາບ: Reuters)

(vovworld) - ​ ​​​​ວັນ​ທີ 22/12, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Tunisia, Caid Essebsi ຖ​ະ​ແຫຼງ​ຕໍ່​ກຳ​ນົດ​ເວ​ລາ​​ໃຫ້​ຄຳ​ສັ່ງ​ປະ​ກາດສະ​ພາ​ວະ​ສຸກ​ເສີນ​ໃນ​ທົ່ວ​ປະ​ເທດ​ຕື່ມ​ອີກ 2 ເດືອນ​, ຮອດ​ວັນ​ທີ 21/02/2015. ລັດ​ຖະ​ດຳ​ລັດ ໄດ້​ຮັບ​ການ​ປະ​ກາດໃນ​ທັນ​ທີ ພາຍ​ຫຼັງ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ເມື່ອ​ວັນ​ທີ 24/11 ຜ່ານ​ມາ ຢູ່​ນະ​ຄອນ​ຫຼວງ Tunis ເຮັດ​​ໃຫ້​ຜູ້​ພິ​ພັກ​ທັກ​ຮັກ​ສາ​ໃຫ້ປະ​ທາ​ນາ​ທິ​ບໍ​ດີ​ 12 ຄົນ​ເສຍ​ຊີ​ວິດ ແລະ 20 ຄົນ​ຮັບ​ບາດ​ເຈັບ. ຄ​ຽງ​ຂ້າງ​ປະ​ກາດ​ສະ​ພາ​ວະ​ສຸກ​ເສີນນັ້ນ, ​ອຳ​ນາດ​ການ​ປົກ​ຄອງ Tunisia ກໍ່​ປະ​ກາດ​ຄຳ​ສັ່ງ​ໂ​ອ​ຍະ​ການ​ເສິກ​ຢູ່​ນະ​ຄອນ​ຫຼວງ Tunis ແລະ ອັດ​ປະ​ຕູ​ດ່ານ​ຊາຍ​ແດນ​ທີ່​ຕິດ​ກັບ​ລ​ີບ​ີ.  ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ​​ກໍ​ຍອມ​ຮັບ​ວ່າ ໄດ​້​ດຳ​ເນີນ​ການບຸກ​ໂຈມ​ຕີ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ