UNESCO ຄັດເລືອກໄດ້ຜູ້ອຳນວຍການໃຫຍ່ຄົນໃໝ່

(VOVWORLD) - ວັນທີ 13 ຕຸລາ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ຄັດເລືອກທ່ານນາງ Audrey Azoulay ອະດີດລັດຖະມົນຕີກະຊວງວັດທະນະທຳ ແລະ ສື່ມວນຊົນ ຝະຣັ່ງ

ເປັນຜູູ້ອຳນວຍການໃຫຍ່ຄົນໃໝ່ຂອງອົງການດັ່ງກ່າວ. ທ່ານນາງ Audrey Azoulay ຍາດໄດ້ບັດສະໜັບສະໜູນ 30 ບັດຈາກສະພາບໍລິຫານງານ UNESCO, ໃນຂະນະທີ່ ຜູ້ອອກສະໝັກຮັບເລືອກຕັ້ງ ທ່ານ Hammad bin Al Kawari ຂອງປະເທດ ກາຕາ ຍາດໄດ້ 28 ບັດ.

        ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, UNESCO ໄດ້ມີຜູ້ອຳນວຍການໃຫຍ່ 10 ຄົນ. ປະຈຸບັນອາຍຸການຜູ້ອຳນວຍການໃຫຍ່ UNESCO ແມ່ນທ່ານນາງ Irina Bokova ຊາວ ບຸນກາຣີ ຈະສິ້ນສຸດອາຍຸການໃນເດືອນ ພະຈິກ ຈະມາເຖິງ. ໃນການເລືອກຕັ້ງຄັ້ງທີ 11 ແນໃສ່ເລືອກເຟັ້ນການນຳຂອງອົງການນີ້ ໃນອາຍຸການ 4 ປີ (11/2017 – 11/2021).

 


ຕອບກັບ

ຂ່າວ/ບົດ​ອື່ນ