Vietnam Airlines ຈະເພີ່ມ 30% ຈຳນວນຖ້ຽວບິນລະຫວ່າງ ຫວຽດນາມ - ອິນເດຍ

(VOVWORLD) -ແຕ່ເດືອນ ມິຖຸນາ 2022, Vietnam Airlines ໄດ້ເປີດສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ອິນເດຍ ຢ່າງເປັນທາງການ.

        ແຕ່ວັນທີ 26 ມີນາ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ຈະເປີດຖ້ຽວບິນລະຫວ່າງ ຫວຽດນາມ ແລະ ອິນເດຍ ຈຳນວນ 1 ຖ້ຽວ/ວັນ.  ລະອຽດແມ່ນ, Vietnam Airlines ຈະຂຸດຄົ້ນຖ້ຽວບິນສາຍ ຮ່າໂຮ້ຍ - New Delhi ໃນແຕ່ລະອາທິດຄື: ວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ. ພ້ອມກັນນັ້ນ, ບໍລິສັດກໍ່ຈະຂຸດຄົ້ນຖ້ຽວບິນສາຍ ນະຄອນ ໂຮ່ຈີມິນ - New Delhi ແຕ່ລະອາທິດຄື: ວັນອັງຄານ, ວັນພະຫັດ, ວັນເສົາ.

        ດ້ວຍແຜນການດັ່ງກ່າວ, ແຕ່ວັນທີ 26 ມີນາ, ຈຳນວນຖ້ຽວບິນລະຫວ່າງ ຫວຽດນາມ ແລະ ອິນເດຍ ຂອງບໍລິສັດການບິນ Vietnam Airlines ຈະເພີ່ມຂຶ້ນ 30% ເມື່ອທຽບໃສ່ປະຈຸບັນ. ລະດັບເພີ່ມຂຶ້ນນີ້ເພື່ອແນໃສ່ຕອບສະໜອງຄວາມຕ້ອງການໄປ-ມາຂອງຜູ້ໂດຍສານ ກໍຄືການຂົນສົ່ງສິນຄ້າທີ່ພວມເພີ່ມຂຶ້ນລະຫວ່າງ 2 ປະເທດ. ແຕ່ເດືອນ ມິຖຸນາ 2022, Vietnam Airlines ໄດ້ເປີດສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ອິນເດຍ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ