VOV ຈັດພິທີປຸກລະດົມ ແລະ ລົງນາມໃນແຜນການແຂ່ງຂັນ ປີ 2014

 VOV ຈັດພິທີປຸກລະດົມ ແລະ ລົງນາມໃນແຜນການແຂ່ງຂັນ ປີ 2014 - ảnh 1
ບັນດາຫົວໜ່ວຍລົງນາມໃນແຜນການແຂ່ງຂັນ ປີ 2014

(vovworld)-   ຕອນ​ເຊົ້າ​ວັນ​ທີ 5/4, ຢູ່​ແຂວງ ລາວ​ກາຍ, ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ຈັດ ພິທີ​ປຸກລະດົມ ​ແລະ ລົງ​ນາມ​ໃນ​ແຜນການ​ແຂ່ງຂັນ ປີ 2014 ສຳລັບ​ກຸ່ມ​ບັນດາ​ສຳນັກງານ​ປະຈຳ​ຢູ່​ພາຍ​ໃນ​ປະ​ເທດ. ​ເນື້ອ​ໃນ​ການ​ແຂ່ງຂັນ​ໄດ້​ຖືກ ສຳນັກງານ​ 5 ​ແຫ່ງປະຈຳ​ຢູ່​ພາຍ​ໃນ​ປະ​ເທດກຳນົດ​ວ່າ ສືບ​ຕໍ່​ເຄື່ອນ​ໄຫວ​ຕາມ​ກຳນົດ​ທິດ​ໂຄສະນາ​ຂອງ ວິທະຍຸ​ກະຈາຍສຽງ​ຫວຽດນາມ, ຫັນ​ບັນດາ​ເນື້ອ​ໃນ, ​ແຜນການ​ເຄື່ອນ​ໄຫວ​ໂຄສະນາ​ໃຫ້​ລະອຽດ ສອດຄ່ອງ​ກັບ​ພາລະ​ໜ້າ​ທີ່​ຂອງ​ແຕ່​ລະ​ຫົວໜ່ວຍ. ກ່າວ​ຄຳ​ເຫັນ​ທີ່ພິທີ​ປຸກລະດົມ ​ແລະ ລົງ​ນາມ​ໃນ​ແຜນການ​ແຂ່ງຂັນ ປີ 2014, ທ່ານ​ວູ້ຫາຍ ຮອງ​ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເນັ້ນ​ໜັກ​ວ່າ ບັນດາ​ຫົວໜ່ວຍ​ຄວນ​ກວດກາ​ຄືນ​ການ​ອອກ​ອາກາດບັນດາ ລາຍການ, ການ​ປົກ​ຄຸມ​ຄື້ນຂອງ ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເພີ່ມ​ທະວີ​ການ​ອອກ​ອາກາດ​ລາຍການ FM ຢູ່​ເຂດ​ພາກ​ເໜືອ ​ແລະ ​ເຂດ​ໄຕ​ງວຽນ, ປ່ຽນ​​ໃໝ່​ເນື້ອ​ໃນ​ບັນດາ​ລາຍການ​ກະຈາຍສຽງ​ເປັນ​ພາສາ​ຊົນ​ເຜົ່າ.

ຂ່າວ/ບົດ​ອື່ນ