VOV ສະ​ເຫນີ​ບັນ​ດາ​ມາ​ດຕະ​ການ ຍູ້​ແຮງ ວຽກ​ງານ​ຖະ​ແຫລງ​ຂ່າວ​ການ​ຕ່າງ​ປະ​ເທດ​ຢູ່​ພາກ​ພື້ນ ອາ​ເມ​ລິ​ກາ​ໃຕ້

(VOVWORLD) - ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຈະຕັ້ງຫນ້າຮ່ວມເດີນທາງພ້ອມກັບບັນດາອົງການທູຕານຸທູດ ຂອງ ຫວຽດນາມ ຍູ້ແຮງວຽກງານຖະແຫລງຂ່າວການຕ່າງປະເທດຢູ່ ອາເມລິກາໃຕ້, ຊື່ງແມ່ນພາກພື້ນທີ່ປະຈຸບັນພວມຂາດຂໍ້ມູນຂ່າວກ່ຽວກັບ ຫວຽດນາມ. ນັ້ນແມ່ນຄຳຢືນຢັນຂອງບັນດາທ່ານເອກອັກຄະລັດຖະທູດ ຫວຽດນາມ ຢູ່ ເວເນຊູເອລາ ແລະ ອາກຊັງຕິນ ທີ່ການເຮັດວຽກຄັ້ງຕ່າງໆກັບຄະນະປະຕິບັດງານ ຂອງ VOV ໂດຍທ່ານ ໂງມິງຫຽນ ຮອງຜູ້ອຳນວຍການໃຫຍ່ VOV ນຳຫນ້າ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ເຂດນີ້.
VOV ສະ​ເຫນີ​ບັນ​ດາ​ມາ​ດຕະ​ການ ຍູ້​ແຮງ ວຽກ​ງານ​ຖະ​ແຫລງ​ຂ່າວ​ການ​ຕ່າງ​ປະ​ເທດ​ຢູ່​ພາກ​ພື້ນ ອາ​ເມ​ລິ​ກາ​ໃຕ້ - ảnh 1ຄະນະຜູ້ແທນ VOV ຖ່າຍຮູບພ້ອມກັບທ່ານເອກອັກຄະລັດຖະທູດ ຫວູຈູງໝີ (ພາບ: VOV5)

ຢູ່ ນະຄອນຫລວງ Caracas, ທ່ານ ຫວູຈູງໝີ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ  ຕີລາຄາສູງການພົບປະແລກປ່ຽນກັບ VOV ພ້ອມກັບບັນດາຄູ່ຮ່ວມມືທີ່ໄດ້ນຳມາເຊິ່ງຫລາຍໝາກຜົນບຸກທະລຸໃຫ້ແກ່ການຮ່ວມມືດ້ານສື່ມວນຊົນລະຫວ່າງສອງຝ່າຍເວົ້າລວມ ແລະວຽກງານຖະແຫລງຂ່າວການຕ່າງປະເທດ ຢູ່ ເຂດນີ້ເວົ້າສະເພາະ.

          ຢູ່ ອາກຊັງຕິນ, ທ່ານນາງ ໂມມິງງວຽດ ເອກອັກຄະລັດຖະທູດ ຫວຽດນາມ ຕີລາຄາສູງບັນດາໝາກຜົນການຮ່ວມມືສຳຄັນ ແລະມີປະສິດທິຜົນ ຊື່ງ VOV ໄດ້ສ້າງຂຶ້ນໃນຫລາຍປີຜ່ານມາ ຕໍ່ກັບບັນດາຄູ່ຮ່ວມມືຂອງປະເທດເພື່ອນມິດ.

VOV ສະ​ເຫນີ​ບັນ​ດາ​ມາ​ດຕະ​ການ ຍູ້​ແຮງ ວຽກ​ງານ​ຖະ​ແຫລງ​ຂ່າວ​ການ​ຕ່າງ​ປະ​ເທດ​ຢູ່​ພາກ​ພື້ນ ອາ​ເມ​ລິ​ກາ​ໃຕ້ - ảnh 2ຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນ (ພາບ: VOV)

         ສ່ວນທ່ານ ໂງມິງຫຽນ ຮອງຜູ້ອຳນວຍການໃຫຍ່ VOV ກໍ່ສະແດງຄວາມຂອບອົກຂອບໃຈຕໍ່ການຫນູນຊ່ວຍ, ຕັ້ງຫນ້າຮ່ວມເດີນທາງ ຂອງສອງສະຖານທູດ ເວເນຊູເອລາ ແລະອາກຊັງຕີນ, ຢືນຢັນວ່າ ພາຍຫລັງກັບເມືອປະເທດ, ຄະນະປະຕິບັດງານ ຈະຜັນຂະຫຍາຍບັນດາເນື້ອໃນ, ຂໍ້ສະເຫນີລະອຽດ ຊື່ງໄດ້ກ່າວມາໃນການເຮັດວຽກຄັ້ງຕ່າງໆນັ້ນ, ປະກອບສ່ວນຕັ້ງຫນ້າເຂົ້າໃນຫນ້າທີ່ວຽກງານຖະແຫລງຂ່າວການຕ່າງປະເທດເວົ້າລວມ.

ທູ່ຍເວີນ, ລາຍງານຂ່າວຈາກ Buenos Aires

 

ຕອບກັບ

ຂ່າວ/ບົດ​ອື່ນ