VOV ແລກປ່ຽນ, ຮ່ວມມືກັບກຸ່ມບໍລິສັດ Dell EMC, ປະເທດ ອາເມລິກາ

(VOVWORLD) - ບໍລິສັດໃຫຍ່ກ່ຽວກັບເຕັກໂນໂລຊີ, Dell EMC ຈະໜູນຊ່ວຍ ແລະ ໃຫ້ຄຳປຶກສາແກ່ VOV ໃນເລື່ອງຊຸກຍູ້ໂຄສະນາໃຫ້ປະຊາຊົນເຂົ້າໃຈແຈ້ງ
VOV ແລກປ່ຽນ, ຮ່ວມມືກັບກຸ່ມບໍລິສັດ Dell EMC, ປະເທດ ອາເມລິກາ - ảnh 1 ທ່ານນາງ Patricica Florissi ແລະ ທ່ານ ຫງວຽນເທ໊ກີ໋

ຕອນເຊົ້າວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຕ້ອນຮັບທ່ານນາງ Patricica Florissi, ຮອງປະທານ ທັງເປັນຜູ້ອຳນວຍການເຕັກໂນໂລຊີກຸ່ມບໍລິສັດ Dell EMC, ອາເມລິກາ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ: ບໍລິສັດໃຫຍ່ກ່ຽວກັບເຕັກໂນໂລຊີ, Dell EMC ຈະໜູນຊ່ວຍ ແລະ ໃຫ້ຄຳປຶກສາແກ່ VOV ໃນເລື່ອງຊຸກຍູ້ໂຄສະນາໃຫ້ປະຊາຊົນເຂົ້າໃຈແຈ້ງ ແລະ ມີການສຳຜັດໄວກັບເຕັກໂນໂລຊີ 4.0 ຢູ່ ຫວຽດນາມ:

        “ພວກຂ້າພະເຈົ້ານິຍົມນັບຖືວິວັດການພັດທະນາຂອງກຸ່ມບໍລິສັດຂອງພວກເພື່ອນທີ່ສຸດ, ຖືນັ້ນແມ່ນແບບຢ່າງ, ບົດຮຽນເພື່ອໃຫ້ບັນດາກົມກອງຂອງ ຫວຽດນາມ ສາມາດບືນຕົວເຂົ້າຮ່ວມເຕັກໂນໂລຊີ 4.0. ແລະ ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຂອງພວກເພື່ອນໃນຄັ້ງນີ້, ພິເສດແມ່ນທີ່ເວທີປາໄສ, ງານວາງສະແດງເຕັກໂນໂລຊີ 4.0, ພວກເພື່ອນຈະປະກອບສ່ວນພ້ອມກັບບັນດາກຸ່ມບໍລິສັດອື່ນ, ພ້ອມກັບລັດຖະບານ ຫວຽດນາມ, ບັນດາ ກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ຈະມີການສົ່ງເສີມ, ຊຸກຍູ້ ເພື່ອໃຫ້ ຫວຽດນາມ ກ້າວເດີນໄປໄວກ່ວາ, ໝັ້ນຄົງກ່ວາໃນເຕັກໂນໂລຊີ 4.0”

ຕອບກັບ

ຂ່າວ/ບົດ​ອື່ນ