WBປະກາດບົດລາຍງານສະພາບການເສດຖະກິດຫວຽດນາມເຕີບໂຕຍ້ອນການສົ່ງອອກບັນລຸຜົນງານດີ

WBປະກາດບົດລາຍງານສະພາບການເສດຖະກິດຫວຽດນາມເຕີບໂຕຍ້ອນການສົ່ງອອກບັນລຸຜົນງານດີ - ảnh 1
WB ຄາດ​ຄະ​ເນ​ວ່າ​ ປີ 2016 ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ
ຈະ​ຫລຸດ​ລົງ​ຢູ່​ໃນ​ລະ​ດັບ 6,5%
Ảnh: TTXVN )

(vovworld)- ວັນ​ທີ 11/4, ທະ​ນາ​ຄານ​ໂລກ (WB) ປະ​ກາດ​ບົດ​ລາຍ​ງານ​ອັບ​ເດັດ​ສະ​ພາບ​ການ​ເສດ​ຖະ​ກິດ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ ປາ​ຊີ​ຟີກ, ເຊື່ອມ​ຕໍ່​ຜ່ານ​ທາງ​ໂທ​ລະ​ພາບ​ກັບ​ຫວຽດ​ນາມ. ອັບ​ເດັດ​ການ​ຜັນ​ແປ​ຫວ່າງມໍ່ໆ​ມານີ້​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ, ໃນ​ນັ້ນ ມີ​ຫວຽດ​ນາມ. ບົດ​ລາຍ​ງານ​ໃຫ້​ຮູ້​ວ່າ: ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ໄດ້​ຜ່ານ​ຜ່າ​ການ​ຜັນ​ແປ​ຂອງ​ທົ່ວ​ໂລກ ຍ້ອນ​ຄວາມ​ຕ້ອງ​ການ​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ ແລະ ມູນ​ຄ່າ​ກາ​ນ​ສົ່ງ​ອກ​ບັນ​ລຸ​ຜົນ​ງານ​ດີ. ພາ​ຍ​ຫລັງ​ໄລ​ຍະ​ຊຸດ​ໂຊມ​ປີ 2012 ແລະ 2013, ພື​້ນ​ຖານ​ເສດ​ຖະ​ກິດ​ເຕີບ​ໂຕ​ຄືນ​ໃຫມ່, ບັນ​ລຸ​ລະ​ດັບ 6% ໃນ​ປີ 2014 ແລະ ສືບ​ຕໍ່​ເພີ່ມ​ຂຶ້ນ​ລະ​ດັບ 6,7% ໃນ​ປີ 2015. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບົດ​ລາຍ​ງານ​ໄດ້​ຄາດ​ຄະ​ເນ​ວ່າ ປີ 2016 ການ​ເຕີບ​ໂຕ​ຈະ​ຫລຸດ​ລົງ​ຢູ່​ໃນ​ລະ​ດັບ 6,5%. ຕາມ​ບົດ​ລາຍ​ງານ​ ສະ​ພາບ​ການ​ເສດ​ຖະ​ກິດ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ ປາ​ຊີ​ຟີກແລ້ວ, ການ​ເຕີບ​ໂຕຄາດ​ວ່າ​ຈະ​ຫລຸດ​ລົງ​ແຕ່ 6,5% ໃນ​ປີ 2016 ລົງ​ເຫລືອ​ພຽງ 6,2% ໄລ​ຍະ2017-2018.

ຕອບກັບ

ຂ່າວ/ບົດ​ອື່ນ