WHO ອະ​ນຸ​ມັດ​ຜ່ານ ວັກ​ຊິນ​ທຳ​ອິດ ​ຕ້ານ​ພະ​ຍາດ​ໝາກ​ສຸກ​ລິງ

(VOVWORLD) - ເລື່ອງວັກຊິນຕ້ານພະຍາດໝາກສຸກລິງໄດ້ຮັບການອະນຸມັດຜ່ານໃນເບື້ອງຕົ້ນແມ່ນບາດກ້າວສຳຄັນໃນການຕ້ານພະຍາດທີ່ພວມແຜ່ລະບາດຢ່າງແຮງຢູ່ຫຼາຍປະເທດອາບຟຼິກການີ້ ກໍ່ຄືໃນອະນາຄົດ.
WHO ອະ​ນຸ​ມັດ​ຜ່ານ ວັກ​ຊິນ​ທຳ​ອິດ ​ຕ້ານ​ພະ​ຍາດ​ໝາກ​ສຸກ​ລິງ - ảnh 1(ພາບປະກອບ:  Getty Images/TTXVN)

ວັນທີ 13 ກັນຍາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ອົງການນີ້ໄດ້ອະນຸມັດຜ່ານໃນເບື້ອງຕົ້ນວັກຊິນທຳອິດຕ້ານພະຍາດໝາກສຸກລິງ ເຊິ່ງແມ່ນວັກຊິນຂອງບໍລິສັດການຢາ ແດນມາກ Bavarian Nordic. ເລື່ອງນີ້ໝາຍຄວາມວ່າ ວັກຊິນນີ້ມີຄຸນນະພາບທີ່ດີ, ປອດໄພ ແລະ ມີປະສິດທິຜົນສູງ. ບັນດາອົງການຂອງ ສປຊ ກໍ່ອີງຕາມຂັ້ນຕອນນີ້ກ່ອນທີ່ຈະຊື້ບັນດາຜະລິດຕະພັນການແພດ. ການກະທຳດັ່ງກ່າວໄດ້ເປີດເສັ້ນທາງໃຫ້ແກ່ບັນດາປະເທດພວມພັດທະນາອາດສາມາດເຂົ້າເຖິງ ວັກຊິນຕ້ານພະຍາດໝາກສຸກລິງ, ໃນສະພາບການຫຼາຍປະເທດບໍ່ມີເຕັກໂນໂລຢີ ແລະ ແຫຼ່ງກຳລັງເພື່ອກວດກາຄວາມປອດໄພ ແລະ ປະສິດທິຜົນຂອງວັກຊິນຢ່າງເຂັ້ມງວດ. ທ່ານປ.ອ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO  ຖືວ່າ ເລື່ອງວັກຊິນຕ້ານພະຍາດໝາກສຸກລິງໄດ້ຮັບການອະນຸມັດຜ່ານໃນເບື້ອງຕົ້ນແມ່ນບາດກ້າວສຳຄັນໃນການຕ້ານພະຍາດທີ່ພວມແຜ່ລະບາດຢ່າງແຮງຢູ່ຫຼາຍປະເທດອາບຟຼິກການີ້ ກໍ່ຄືໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ