ກົດໝາຍວ່າດ້ວຍການລົງທຶນພາກລັດ ແມ່ນກົດໝາຍສຳຄັນ, ຕ້ອງໄດ້ປະກາດໃຊ້ໂດຍໄວ

ກົດໝາຍວ່າດ້ວຍການລົງທຶນພາກລັດ ແມ່ນກົດໝາຍສຳຄັນ, ຕ້ອງໄດ້ປະກາດໃຊ້ໂດຍໄວ - ảnh 1
(ກອງ​ປະຊຸມ​ຄັ້ງ​ທີ 21, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​)

(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 23 ກັນຍາ, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົ​ດໝາຍວ່າ​ດ້ວຍ​ການ​ລົງທຶນ​ພາກ​ລັດ. ຈຸດ​ພິ​ເສດ​ຂອງ​ຮ່າງ​ກົດໝາຍ​ນີ້ ​ແມ່ນ​ເຮັດ​ແຈ້ງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຜູ້​ມີ​ສິດ​ຕົກລົງ​ແຜນ​ນະ​ໂຍບາຍ​ລົງທຶນ ​​ເພື່ອ​ແນ​ໃສ່​ປະກອບສ່ວນ​ຫຼຸດຜ່ອນ​ການຮົ້ວ​ໄຫຼ, ຟູມ​ເຟືອຍ​ໃນ​ການ​ລົງທຶນ​ພາກ​ລັດ. ​ໃຫ​້ຄຳ​ເຫັນ​ໃສ່​ເນື້​ອ​ໃນ​ດັ່ງກ່າວ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ລ້ວນ​ແຕ່​ເຫັນ​ດີ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ປະກາດໃຊ້​ກົດໝາຍ ​ແລະ ຈຸດໝາຍ​ຂອງ​ຮ່າງ​ກົດໝາຍ. ​ເຖິງ​ວ່າ, ຫຼາຍ​ຄຳ​ເຫັນ​ໄດ້​ສະ​ເໜີ​ຕ້ອງ​ກວດກາ​ຄືນ​ເນື້ອ​ໃນ, ຂໍ້​ມາດຕາ​ໃນ​ຮ່າງ​ກົດໝາຍ​ນີ້ ​ໃຫ້​ເປັນ​ເອກະ​ພາບ​ກັບ​ລະບົບ​ກົດໝາຍ​ພວມ​ປະກາດ​ໃຊ້, ​ປະຈຸັນໂດຍ​ສະ​ເພາະ​ແມ່ນ​ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ, ກົດໝາຍ​ວ່າ​ດ້ວຍ​ງົບ​ປະມານ​, ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ. ສະຫຼຸບ​ກອງ​ປະຊຸມ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ເຫັນ​ດີ​ກັບ​ຄວາມ​ຈຳ​ເປັນ​ຂອງ​ເລື່ອງ​ປະກາດໃຊ້ຮ່າງ​ກົດວ່າ​ດ້ວຍ​ການ​ລົງທຶນ​ພາກ​ລັດ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີ​ຮຽບຮຽນ​ຮ່າງ​ກົດໝາຍ ຕ້ອງ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ, ສິ່ງທີ່ຍັງຄົງຄ້າງຂອງ​ບັນດາ​ກົດໝາຍ​ອື່ນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ລົງທຶນ​ພາກ​ລັດ, ພິຈາລະນາ​ຂອບ​ເຂດ​ປັບປຸງ ​ແລະ ຕ້ອງ​ຮັບປະກັນ​ລັກສະນະ​ເປັນ​ໄປ​ໄດ້​ຂອງ​ຮ່າງ​ກົດໝາຍ.

ຂ່າວ/ບົດ​ອື່ນ