ກົດໝາຍສຳຄັນ 4 ສະບັບ ມີຜົນບັງຄັບໃຊ້ຢ່າງເປັນທາງການນັບແຕ່ວັນທີ 1 ສິງຫາ

(VOVWORLD) -ພ້ອມກັບກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍເຮືອນຢູ່, ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ ແລະກົດໝາຍວ່າດ້ວຍອົງການສິນເຊື່ອ ສະບັບປັບປຸງ ກໍ່ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາ

ວັນທີ 1 ສິງຫາ, ກົດໝາຍບາງສະບັບຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍເຮືອນຢູ່, ກົດໝາຍວ່າດ້ວຍອະສັງຫາລິມະຊັບ ແລະ ກົດໝາຍວ່າດ້ວຍອົງການສິນເຊື່ອ ສະບັບປັບປຸງ ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ. ນີ້ແມ່ນບັນດາກົດໝາຍສຳຄັນ ຊື່ງ ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຮັບຮອງເອົາ ແລະ ມີຜົນບັງຄັບໃຊ້ໄວກ່ວາ 5 ເດືອນ ເມື່ອທຽບໃສ່ແຜນການວາງອອກກ່ອນນັ້ນ (ວັນທີ 1 ມັງກອນປີ 2025).

ໃນຈຳນວນກົດໝາຍດັ່ງກ່າວ, ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໄດ້ຮັບການປະກາດໃຊ້ພາຍຫລັງກອງປະຊຸມຂອງສະພາແຫ່ງຊາດດຳເນີນມາເປັນ 4 ຄັ້ງ. ນີ້ແມ່ນກົດໝາຍໃຫຍ່, ມີຄວາມໝາຍສຳຄັນພິເສດໃນຊີວິດດ້ານການເມືອງ - ເສດຖະກິດ -ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ປົກປັກຮັກສາສິ່ງແວດລ້ອມຂອງປະເທດຊາດ. ທ່ານ ໂດ໋ດຶກຮູຍ, ເລຂາພັກແຂວງ ອຽນບາຍ, ຫົວຫນ້າຄະນະສສ ແຂວງອຽນບ່າຍ ເນັ້ນຫນັກວ່າ:

ຫນຶ່ງໃນບັນດາຈຸດສຳຄັນທີ່ສຸດ ນັ້ນແມ່ນໃນກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ຄັ້ງນີ້ ໄດ້ແກ້ໄຂຫລາຍບັນຫາອຸດຕັນ,ຂໍ້ຕິດຄັດຂອງກົດໝາຍທີ່ໄດ້ປະຕິບັດໃນປະຈຸບັນ. ຜ່ານນັ້ນ ປະກອບສ່ວນສຳຄັນ ເພື່ອຊຸກຍູ້ການພັດທະນາເສດຖະກິດ ສັງຄົມ ກໍ່ຄືສ້າງຄວາມສະດວກໃຫ້ແກ່ຊີວິດທາງດ້ານການຜະລິດຂອງປະຊາຊົນຢູ່ໃນທົ່ວປະເທດ. ພວກຂ້າເຈົ້າ ຕີລາຄາສູງຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງລັດຖະບານໃນການສ້າງບັນດາເອກະສານແນະນຳປະຕິບັດກົດໝາຍວ່າດ້ວຍທີ່ດິນໂດຍໄວ”   

ພ້ອມກັບກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍເຮືອນຢູ່, ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ ແລະກົດໝາຍວ່າດ້ວຍອົງການສິນເຊື່ອ ສະບັບປັບປຸງ ກໍ່ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງໃຫ້ດີກວ່າ, ແກ້ໄຂຫລາຍຈຸດອຸດຕັນຂອງພື້ນຖານເສດຖະກິດ ກໍຄືແກ້ໄຂບັນດາຄວາມຕ້ອງການຂອງສັງຄົມໃຫ້ດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ