ກົດ​ໝາຍ​ຫລຸດ​ຜ່ອນ​ໄພ​ເງິນ​ເຟິ້ ຂອງ ອາ​ເມ​ລິ​ກາ ເຮັດ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ຄັ້ງ​ໃຫມ່​ໃນ​ທົ່ວ​ໂລກ

(VOVWORLD) - ອາເມລິກາ ໄດ້ວາງອອກບັນດາບ້ວງຫນູນຊ່ວຍທີ່ມີລັກສະນະການຈຳແນກປະພຶດຜ່ານ “ກົດໝາຍວ່າດ້ວຍການຫລຸດຜ່ອນໄພເງິນເຟີ້”, ສະກັດກັ້ນເລື່ອງເລືອກເຟັ້ນຜູ້ພິພາກສາໃຫ້ແກ່ອົງການອຸທອນຂອງ WTO ຢ່າງລຽນຕິດ ແລະ ຈັດວາງອັດຕາພາສີຢູ່ໃນລະດັບສູງ ກັບບັນດາຜະລິດຕະພັນຂອງປະເທດອື່ນ.

ເມື່ອຕອບຄຳຖາມຂອງນັກຂ່າວໃນການຖະແຫລງຂ່າວນັດສາມັນເມື່ອວັນທີ 26 ສິງຫາ, ຢູ່ ປັກກິ່ງ, ທ່ານໂຄສົກກະຊວງການຕ່າງປະເທດ ຈີນ ຖືວ່າ: ເລື່ອງ ອາເມລິກາ ຮັບຮອງເອົາ “ກົດໝາຍວ່າດ້ວຍການຫລຸດຜ່ອນໄພເງິນເຟີ້” ເພື່ອປະຕິບັດບັນດາບ້ວງຫນູນຊ່ວຍທີ່ມີລັກສະນະຈຳແນກ, ສືບຕໍ່ກີດຂວາງເລື່ອງເລືອກເຟັ້ນຜູ້ພິພາກສາໃຫ້ແກ່ອົງການອຸທອນຂອງອົງການການຄ້າໂລກ (WTO) ແລະ ການຈັດວາງອັດຕາພາສີຢູ່ໃນລະດັບສູງກັບສິນຄ້າຂອງປະເທດອື່ນ, ກໍ່ໃຫ້ເກີດຄວາມວິຕົກກັງວົນໃຫຍ່ສຸດກ່ຽວກັບຄວາມເຄັ່ງຕຶງດ້ານການຄ້າຄັ້ງໃຫມ່ໃນທົ່ວໂລກ.

ຕາມທ່ານໂຄສົກກະຊວງການຕ່າງປະເທດຈີນແລ້ວ, ຈີນ ຮັບປະກັນສະຖຽນລະພາບຂອງລະບົບອຸດສາຫະກຳ ແລະ ການສະຫນອງທົ່ວໂລກ ດ້ວຍລະບົບອຸດສາຫະກຳຜະລິດແບບຄົບວົງຈອນຂອງຕົນ, ຊຸກຍູ້ຄວາມກ້າວຫນ້າດ້ານເຕັກໂນໂລຊີ ແລະຍົກລະດັບອຸດສາຫະກຳໃນທົ່ວໂລກ. ເຖິງຢ່າງໃດກໍຕາມ, ອາເມລິກາ ໄດ້ວາງອອກບັນດາບ້ວງຫນູນຊ່ວຍທີ່ມີລັກສະນະການຈຳແນກປະພຶດຜ່ານ “ກົດໝາຍວ່າດ້ວຍການຫລຸດຜ່ອນໄພເງິນເຟີ້”, ສະກັດກັ້ນເລື່ອງເລືອກເຟັ້ນຜູ້ພິພາກສາໃຫ້ແກ່ອົງການອຸທອນຂອງ WTO ຢ່າງລຽນຕິດ ແລະ ຈັດວາງອັດຕາພາສີຢູ່ໃນລະດັບສູງ ກັບບັນດາຜະລິດຕະພັນຂອງປະເທດອື່ນ.

ຕວັນດາດ - ນັກຂ່າວ VOV ປະຈຳ ປັກກິ່ງ

ຕອບກັບ

ຂ່າວ/ບົດ​ອື່ນ