ກຸ່ມNormandieເຫັນດີເປັນເອກະສັນບາງມາດຕະການປ້ອງກັນຄວາມສະຫງົບຢູ່ພາກຕາເວັນອອກຢູແກຼນ

ກຸ່ມNormandieເຫັນດີເປັນເອກະສັນບາງມາດຕະການປ້ອງກັນຄວາມສະຫງົບຢູ່ພາກຕາເວັນອອກຢູແກຼນ - ảnh 1
(ພາບ​ປະ​ກອບ: Reuters/TTXVN)

(vovworld) – ລັດ​ເຊຍ ​ແລະ ຢູ​ແກຼນ ຫາ​ກໍ່​​ເຫັນ​ດີ​ເປັນ​​ເອກະ​ສັນ​ສ້າງ​ຕັ້ງ​ບັນດາ​ເຂດ​ປອດ​ການ​ທະຫານ ​ແລະ ປະຕິບັດ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ສະຫງົບ ຢູ່​ບັນດາ​ເຂດ​​ເຊິ່ງ​ປະຈຸ​ບັນ​​ໂດຍ​ກຳລັງ​ທວງ​ເອົາ​​ເອກະລາດ​ຄວບ​ຄຸມ​ຢູ່​ເຂດ​ຕາ​ເວັນ​ອອກ ຢູ​ແກຼນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ, 2 ຝ່າຍ​ຍັງ​​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ບາງ​ຢ່າງ​ກ່ຽວ​ກັບ​​ເລື່ອງ​ຊຸກຍູ້​ການປະຕິບັດ​ການ​ເລືອກ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ​ຢູ່​ເຂດ​ນີ້. ນີ້​ແມ່ນ​ໝາກຜົນ​ຂອງ​ການ​ພົບ​ປະ​ໃນ​ວັນ​ທີ 11/5, ຢູ່ ​ແບກ​ແລງ, ປະ​ເທດ ​ເຢຍລະ​ມັນ ລະຫວ່າງ​ບັນດາ​ສະມາຊິກ​ກຸ່ມ 4 ຝ່າຍ Normandie (​ເຊິ່ງລວມມີ: ​ເຢຍລະ​ມັນ, ​ຝຣັ່ງ, ຢູ​ແກຼນ ​ແລະ ລັດ​ເຊຍ) ​ເພື່​ອ​​ແກ້​ໄຂ​​ວິ​ກິດ​ການ​ຢູ່ ຢູ​ແກຼນ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ພົບ​ປະ​ຄັ້ງ​ນີ້, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ Frank – Walter Steinmeier ຖື​ວ່າ: ​ເລື່ອງ​ແກ້​ໄຂ​ວິ​ກິດ​ການ​ຢູ່ ຢູ​ແກຼນ ພຽງບັນລຸ​ໄດ້ບາດ​ກ້າວ​ໃຫຍ່​ຖາ​້ຫາກ​ຂໍ້​ຕົກລົງ Minsk ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຄົບ​ຖ້ວນ​ເພື່ອ​ແນ​ໃສ່​ຊ່ວຍ​ຮັກສາ​ຄຳ​ສັ່ງ​ຢຸກຍິງ​​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ.


ຂ່າວ/ບົດ​ອື່ນ